ກຸ່ມຮາມັສ: ຈຳນວນຜູ້ເສຍຊີວິດຈາກການໂຈມຕີຂອງອິດສະຣາແອນ ຢູ່ເຂດກາຊາມີເຖິງ 20.000 ຄົນ

2023-12-23 14:51:24 cri


ຂ່າວສານຊິນຮວາລາຍງານວ່າ: ຫ້ອງການຖະແຫຼງຂ່າວຂອງຂະບວນການຕໍ່ຕ້ານຂອງອິດສະລາມິກປາແລັດສະຕິນ ( ຫຼື ກຸ່ມຮາມັສ) ອອກຖະແຫຼງການໃນຕອນຄ່ຳຂອງວັນທີ 20 ທັນວານີ້ວ່າ: ນັບແຕ່ໄດ້ເກີດການປະທະກັນຮອບໃໝ່ລະຫວ່າງ ປາແລັດສະຕິນ ກັບ ອິດສະຣາແອນ ເມື່ອວັນທີ 7 ຕຸລາປີນີ້ ເປັນຕົ້ນມາ, ຈຳນວນຜູ້ເສຍຊີວິດຍ້ອນການເຄື່ອນໄຫວທາງການທະຫານຂອງອິດສະຣາແອນ ຢູ່ເຂດກາຊາໄດ້ມີເຖິງ 2 ໝື່ນຄົນ.



ຖະແຫຼງການຂຽນວ່າ, ໃນຜູ້ເສຍຊີວິດມີເດັກນ້ອຍ 8,000 ກວ່າຄົນ, ແລະຜູ້ຍິງປະມານ 6,200 ຄົນ, ນອກນີ້ ຍັງມີ 52.000 ກວ່າຄົນໄດ້ຮັບບາດເຈັບ ແລະ 6,700 ກວ່າຄົນຫາຍສາບສູນ. ການໂຈມຕີ ຂອງອິດສະຣາແອນໄດ້ເຮັດໃຫ້ພະນັກງານການແພດທັງໝົດ 310 ຄົນເສຍຊີວິດ.


ນອກນີ້, ອີງຕາມຖະແຫຼງການທີ່ກະຊວງສາທາລະນະສຸກປາແລັດສະຕິນ ອອກໃນວັນທີ 20 ທັນວານີ້, ກອງທັບອິດສະຣາແອນໄດ້ປະທະກັນກັບຊາວປາແລັດສະຕິນຢູ່ເມືອງຮິບຣົນ ແລະເມືອງເບດເລເຮມ ທີ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນໃນມື້ດຽວກັນ, ຊາວປາແລັດສະຕິນ 2 ຄົນຖືກສັງຫານໂດຍທະຫານອິດສະຣາແອນ.