ສະພາຄວາມໝັ້ນຄົງສະຫະປະຊາຊາດລົງຄະແນນສຽງ ແລະ ຮັບຮອງມະຕິສະບັບໃໝ່ກ່ຽວກັບການໃຫ້ຄວາມຊ່ວຍເຫຼືອດ້ານມະນຸດສະທຳແກ່ເຂດກາຊາ

2023-12-23 16:01:39 cri

 

    ວັນທີ 22 ທັນວານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຮັບຮອງມະຕິເລກທີ 2720 ດ້ວຍຄະແນນສຽງເຫັນດີ 13 ຄະແນນ ແລະ ງົດລົງຄະແນນສຽງ 2 ຄະແນນ, ໂດຍໄດ້ຮຽກຮ້ອງໃຫ້ອຳນວຍຄວາມຊ່ວຍເຫຼືອດ້ານມະນຸດສະທຳຂະໜາດໃຫຍ່ໃຫ້ແກ່ປະຊາຊົນປາແລັດສະຕິນທົ່ວເຂດກາຊາໂດຍກົງຢ່າງປອດໄພ ແລະ ໄຮ້ສິ່ງຂີດຂວາງໃນທັນທີ, ທັງສ້າງເງື່ອນໄຂໃຫ້ແກ່ການຍຸດຕິການເຄື່ອນໄຫວທີ່ເປັນປໍລະປັກກັນຢ່າງຕໍ່ເນື່ອງ. ມະຕິດັ່ງກ່າວຍັງໄດ້ຮຽກຮ້ອງໃຫ້ເລຂາທິການໃຫຍ່ອົງການສະຫະປະຊາຊາດແຕ່ງຕັ້ງຜູ້ປະສານງານລະດັບສູງດ້ານມະນຸດສະທຳ ແລະ ການສ້າງສາຄືນໃໝ່ທ່ານໜຶ່ງ.

    ມະຕິດັ່ງກ່າວໄດ້ກ່າວຢ້ຳວ່າສະພາຄວາມໝັ້ນຄົງຈະເດັດດ່ຽວໜຽວແໜ້ນສຸມກຳລັງເຂົ້າໃນການປະຕິບັດຕາມ “ແຜນການສອງປະເທດ” ແລະ ເນັ້ນໜັກເຖິງຄວາມສຳຄັນທີ່ອົງການອຳນາດແຫ່ງຊາດປາແລັດສະຕິນເຕົ້າໂຮມເຂດກາຊາ ແລະ ຝັ່ງຕາເວັນຕົກແມ່ນ້ຳຈໍແດນໃຫ້ເປັນເອກະພາບກັນ.

    ໃນມື້ດຽວກັນ, ອາເມຣິການ ແລະ ຣັດເຊຍໄດ້ງົດອອກສຽງຕໍ່ຮ່າງມະຕິສະບັບນີ້ທີ່ສະເໜີໂດຍປະເທດສະຫະນະຄອນເອເມຣັດອາຣັບ. ກ່ອນລົງຄະແນນສຽງ, ອາເມຣິການໄດ້ຢັບຢັ້ງມະຕິສະບັບປັບປຸງທີ່ສະເໜີໂດຍຣັດເຊຍກ່ຽວກັບການຮຽກຮ້ອງໃຫ້ນຳໃຊ້ຄຳສັບທີ່ວ່າ “ຍຸດຕິການເຄື່ອນໄຫວທີ່ເປັນປໍລະປັກກັນເປັນຊົ່ວຄາວ” ໃນຮ່າງມະຕິສະບັບເກົ່າຄືນໃໝ່.