ອັງໂກລາປະກາດຖອນອອກຈາກອົງການໂອເປັກ

2023-12-23 15:40:02 cri

    ວັນທີ 21 ທັນວາ 2023 ຢູ່ນະຄອນຫຼວງລູອັນດາ ປະເທດອັງໂກລາ, ທ່ານອາເຈເວໂດ ລັດຖະມົນຕີກະຊວງຊັບພະຍາກອນບໍ່ແຮ່ ນ້ຳມັນເຊື້ອໄຟ ແລະ ອາຍແກັສທຳມະຊາດອັງໂກລາປະກາດວ່າ: ອັງໂກລາຕົກລົງຖອນອອກຈາກອົງການໂອເປັກ, ຂໍ້ຕົກລົງດັ່ງກ່າວໄດ້ມີຜົນບັງຄັບໃຊ້ຢ່າງເປັນທາງການໂດຍຜ່ານດຳລັດປະທານາທິບໍດີອັງໂກລາ.

    ທ່ານອາເຈເວໂດ ກ່າວວ່າ: ເພື່ອຮັກສາຜົນປະໂຫຍດຂອງປະເທດຕົນ, ອັງໂກລາຕົກລົງຖອນອອກຈາກອົງການໂອເປັກ. ທ່ານກ່າວວ່າ, ອັງໂກລາສຸມກຳລັງເພື່ອຊຸກຍູ້ໃຫ້ອົງການໂອເປັກຫັນເປັນແບບ “ທັນສະໄໝ” ມາໂດຍຕະຫຼອດໃນເມືອກ່ອນ, ແຕ່ບໍ່ໄດ້ຮັບຜົນປະໂຫຍດໃດໆຈາກອົງການໂອເປັກ.

    ວັນທີ 30 ພະຈິກ 2023, ກະຊວງຊັບພະຍາກອນບໍ່ແຮ່, ນ້ຳມັນເຊື້ອໄຟ ແລະ ອາຍແກັສທຳມະຊາດອັງໂກລາອອກຖະແຫຼງການວ່າ: ອົງການໂອເປັກກຳນົດໂກຕາຜະລິດນ້ຳມັນເຊື້ອໄຟຂອງອັງໂກລາເປັນ 1,11 ລ້ານບາເຣວຕໍ່ວັນ, ບໍ່ຖືກກັບການສະເໜີຂອງອັງໂກລາທີ່ຜະລິດນ້ຳມັນເຊື້ອໄຟ 1,18 ລ້ານບາເຣວຕໍ່ວັນ, ອັງໂກລາຈຶ່ງໄດ້ສົ່ງສານປະທ້ວງຕໍ່ສຳນັກງານເລຂາອົງການໂອເປັກ.

ຂໍ້ມູນຕົວເລກຂອງກົມນ້ຳມັນເຊື້ອໄຟ ອາຍແກັສທຳມະຊາດ ແລະ ວັດຖຸເຊື້ອໄຟຊີວະພາບອັງໂກລາສະແດງໃຫ້ເຫັນວ່າ, ເດືອນພະຈິກປີນີ້, ອັງໂກລາຜະລິດນ້ຳມັນດິບປະມານ 1,08 ລ້ານບາເຣວຕໍ່ວັນ.