ປະທານາທິບໍດີອີຣານກ່າວວ່າ ອາເມຣິກາເປັນຕົວການກໍ່ໄພພິບັດດ້ານມະນຸດສະທຳຢູ່ເຂດກາຊາ

2023-12-24 15:05:29 cri

ວັນທີ 23 ທັນວານີ້, ອີຣານໄດ້ຈັດກອງປະຊຸມສາກົນກ່ຽວກັບບັນຫາປາແລັດສະຕິນຢູ່ນະຄອນຫຼວງເຕເຮລານ, ທ່ານເຊເຢັດ ອິບຣາຮິມ ໄຣຊີ ປະທານາທິບໍດີອີຣານໄດ້ກ່າວຕຳໜິອາເມຣິກາເປັນຕົວການກໍ່ໄພພິບັດດ້ານມະນຸດສະທຳຢູ່ເຂດກາຊາ.

ທ່ານເຊເຢັດ ອິບຣາຮິມ ໄຣຊີກ່າວຕື່ມວ່າ: ປະຊາຄົມໂລກພວມໄດ້ເຫັນຜະລິດຕະຜົນທີ່ເກີດຂຶ້ນຈາກລະບຽບສາກົນທີ່ບໍ່ຍຸຕິທຳໃນປັດຈຸບັນ, ນັ້ນກໍຄືອາດຊະຍາກຳສົງຄາມທີ່ເປັນຕາຢ້ານ, ສ່ວນອາເມຣິກາກໍແມ່ນຕົວການກໍ່ໄພພິບັດດ້ານມະນຸດສະທຳຢູ່ເຂດກາຊານັ້ນເອງ. ທ່ານກ່າວເນັ້ນໜັກຕື່ມວ່າ: ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ກໍເພື່ອຊຸກຍູ້ການສ້າງລະບຽບໃໝ່ຂອງໂລກ.