ພາຍໃຕ້ການລົງໂທດຈາກນາໂຕ ການສົ່ງອອກນໍ້າມັນດິບຂອງຣັດເຊຍຍັງໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ

2023-12-24 13:59:33 cri

ເມື່ອບໍ່ດົນມານີ້, ສໍານັກຂ່າວຣອຍເຕີລາຍງານວ່າ: ພາຍຫຼັງຫຼາຍປະເທດເອີຣົບໄດ້ຍຸດຕິການນໍາເຂົ້ານໍ້າມັນ ແລະ ແກັສທໍາມະຊາດສ່ວນໃຫຍ່ຈາກຣັດເຊຍແລ້ວ, ຕຸຣາເຄຍໄດ້ກາຍເປັນປະເທດນຳເຂົ້າພະລັງງານຈາກຣັດເຊຍໃຫຍ່ທີ່ສຸດຢູ່ຊີກໂລກຕາເວັນຕົກ. ຕຸຣາເຄຍທີ່ເປັນປະເທດສະມາຊິກນາໂຕບໍ່ໄດ້ເລືອກເປັນປໍລະປັກກັບຣັດເຊຍຍ້ອນການປະທະກັນລະຫວ່າງຣັດເຊຍ-ອູແກຣນ, ຫາກແມ່ນເພີ່ມທະວີການຮ່ວມມືດ້ານເສດຖະກິດການຄ້າກັບຣັດເຊຍ.

ອີງຕາມສະຖິຕິຈາກຕະຫຼາດຫຼັກຊັບລອນດອນສະແດງໃຫ້ເຫັນວ່າ: ໃນປີ 2023, ຕຸຣາເຄຍສາມາດປະຢັດງົບປະມານດ້ານພະລັງງານໄດ້ປະມານ 2 ຕື້ໂດລາ ໂດຍຜ່ານການນໍາເຂົ້ານໍ້າມັນເຊື້ອໄຟ ແລະ ຜະລິດຕະພັນນໍ້າມັນຈາກຣັດເຊຍທີ່ມີລາຄາຕໍ່າໂດຍທຽບຖານ. ໃນເດືອນພະຈິກປີນີ້, ປະລິມານການສົ່ງອອກນໍ້າມັນດິບອູຣານຂອງຣັດເຊຍຕໍ່ເອີຣົບ ແລະອື່ນໆໄດ້ເພີ່ມຂຶ້ນເປັນ 4 ແສນບາເຣວຕໍ່ມື້ ເຊິ່ງເປັນສະຖິຕິສູງສຸດໃນປະຫວັດສາດ.