ຜູ້ເບິ່ງກວ້າງເຫັນໄກຂອງຍີ່ປຸ່ນເຫັນວ່າ ຍີ່ປຸ່ນຄວນຄວບຄຸມງົບປະມານການປ້ອງກັນປະເທດ ຍຶດໝັ້ນເດີນຕາມເສັ້ນທາງສັນຕິພາບ

2023-12-24 16:34:01 CRI

ວັນທີ 22 ທັນວານີ້, ລັດຖະບານຍີ່ປຸ່ນໄດ້ຮັບຮອງເອົາຮ່າງມະຕິກ່ຽວກັບງົບປະມານຂອງລັດຖະບານສົກປີ 2024 ໃນກອງປະຊຸມຄະນະລັດຖະບານ, ໃນນັ້ນງົບປະມານການປ້ອງກັນປະເທດຂອງຍີ່ປຸ່ນໄດ້ເພີ່ມຂຶ້ນຮອດລະດັບສູງສຸດໃນປະຫວັດສາດ. ໃນວັນດັ່ງກ່າວ, ລັດຖະບານຍີ່ປຸ່ນໄດ້ໄຂກອງປະຊຸມ ໂດຍໄດ້ດັດແປງ “ຫຼັກການສາມປະການຂອງການໂອນຍ້າຍອາວຸດຍຸດໂທປະກອນປ້ອງກັນຕົວ” ພ້ອມດ້ວຍແນວທາງການດຳເນີນງານ ເຊິ່ງເປັນການເປີດປະຕູໃຫ້ແກ່ຍີ່ປຸ່ນໃນການສົ່ງອອກອາວຸດຍຸດໂທປະກອນຕ່າງໆ ລວມທັງຂີປະນາວຸດນຳວິຖີເປັນຕົ້ນ. ຜູ້ເບິ່ງກວ້າງເຫັນໄກຂອງຍີ່ປຸ່ນເຫັນວ່າ ຍີ່ປຸ່ນຄວນຄວບຄຸມງົບປະມານດ້ານການປ້ອງກັນປະເທດ ບໍ່ຄວຍໃຫ້ງົບປະມານດັ່ງກ່າວເພີ່ມຂຶ້ນຢ່າງຫຼວງຫຼາຍ ແລະ ຕໍ່ເນື່ອງ ທັງຍຶດໝັ້ນເດີນຕາມເສັ້ນທາງສັນຕິພາບ.


ທ່ານຕາກາຈິງ ຟູຈີຕະ ຫົວໜ້າອົງການ “ສືບທອດ ແລະ ເສີມຂະຫຍາຍຖະແຫຼງການມູຣາຢາມະ” ຂອງຍີ່ປຸ່ນເຫັນວ່າ: ຍີ່ປຸ່ນສືບຕໍ່ເພີ່ມງົບປະມານລາຍຈ່າຍດ້ານການປ້ອງກັນປະເທດແມ່ນນະໂຍບາຍທີ່ຈຳກັດຄັບແຄບ ເຊິ່ງຈະພາໃຫ້ສະຖານະການໃນພາກພື້ນເຄັ່ງຕຶງຂຶ້ນ ແລະ ເຮັດໃຫ້ລັດຖະບານຍີ່ປຸ່ນຖະຫຼຳເຂົ້າໃນບັນຫາການເງິນທີ່ໜັກໜ່ວງກວ່າເກົ່າອີກ. ທ່ານຕາກາຈິງ ຟູຈີຕະ ຍັງກ່າວວ່າ: ການເພີ່ມງົບປະມານລາຍຈ່າຍດ້ານການປ້ອງກັນປະເທດ ແລະ ຜ່ອນຄາຍຄວາມຈຳກັດໃຫ້ແກ່ການສົ່ງອອກອາວຸດຍຸດໂທປະກອນ ໄດ້ຝືນກັບ “ລັດຖະທຳມະນູນສັນຕິພາບ” ຂອງຍີ່ປຸ່ນ. ຍີ່ປຸ່ນຄວນຍຶດໝັ້ນເດີນຕາມເສັ້ນທາງສັນຕິພາບ.