ຜູ້ອໍານວຍການໃຫຍ່ອົງການອະນາໄມໂລກສະແດງຄວາມຊົມເຊີຍຕໍ່ສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາມະຕິກ່ຽວກັບການຊ່ວຍເຫຼືອດ້ານມະນຸດສະທໍາເຂດກາຊາ

2023-12-24 14:01:47 cri

ວັນທີ 23 ທັນວານີ້, ທ່ານເຕໂດຣສ ອັດຮາໂນມ ເກເບຣເຢຊຸສ ຜູ້ອໍານວຍການໃຫຍ່ອົງການອະໄມໂລກໄດ້ລົງບົດຄວາມຜ່ານທາງສື່ສັງຄົມອອນລາຍ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ສະພາຄວາມໝັ້ນຄົງອົງການ ສປຊ ຮັບຮອງເອົາມະຕິກ່ຽວກັບການໃຫ້ຄວາມຊ່ວຍເຫຼືອດ້ານມະນຸດສະທໍາແກ່ເຂດກາຊາ. ທ່ານກ່າວວ່າ: ມະຕິສະບັບນີ້ໄດ້ເນັ້ນໜັກເຖິງຄວາມຈໍາເປັນຂອງການຢຸດຍິງໃນທັນທີ ແລະ ຊ່ອງທາງມະນຸດສະທໍາ ເພື່ອຮັບປະກັນໃຫ້ອາຫານ ແລະ ວັດຖຸອຸປະກອນດ້ານການແພດສາມາດສົ່ງເຂົ້າໄປໃຫ້ປະຊາຊົນເຂດກາຊາທີ່ຕ້ອງການວັດຖຸດັ່ງກ່າວຢ່າງປອດໄພ. ພ້ອມກັນນັ້ນ, ມະຕິດັ່ງກ່າວຍັງໄດ້ຮຽກຮ້ອງໃຫ້ປ່ອຍຜູ້ທີ່ຖືກກັກຂັງໃນທັນທີໂດຍບໍ່ມີເງື່ອນໄຂ ພ້ອມທັງເອົາໃຈໃສ່ຄວາມຕ້ອງການດ້ານການແພດ ແລະ ການປິ່ນປົວຂອງຄົນເຫຼົ່ານີ້. ນີ້ສະແດງໃຫ້ເຫັນວ່າ: ສະມາຊິກສະພາຄວາມໝັ້ນຄົງອົງການ ສປຊ ໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນທີ່ເຫັນມີໜ້ອຍໃນການປະທະກັນຄັ້ງນີ້ ເຊິ່ງເປັນການຢວ່າງບາດກ້າວໄປຂ້າງໜ້າຢ່າງຕັ້ງໜ້າ.