ການສະໜອງອາວຸດຂອງຕາເວັນຕົກ “ອ່ອນລ້າ” ເຮັດໃຫ້ແນວໜ້າກອງທັບອູແກຣນຂາດເຂີນອາວຸດ

2023-12-25 10:42:19 CRI

    ຫວ່າງມໍ່ໆມານີ້, “ໜັງສືພິມວໍຊິງຕັນໂພສ” ລາຍງານວ່າ: ນາຍທະຫານຄົນໜຶ່ງທີ່ຢູ່ແນວໜ້າຂອງອູແກຣນບອກໃຫ້ຮູ້ໃນຫວ່າງມໍ່ໆນີ້ວ່າ:ກອງທັບອູແກຣນພວມຜະເຊີນໜ້າກັບບັນຫາຂາດເຂີນລູກປືນໃຫຍ່ຢ່າງໜັກໜ່ວງ, ການສະໜັບສະໜູນດ້ານການທະຫານຂອງຕາເວັນຕົກຫຼຸດໜ້ອຍລົງເຮັດໃຫ້ກອງທັບອູແກຣນຂາດເຂີນລູກປືນໃຫຍ່ ຈົນຕ້ອງຫຼຸດແນວຣົບລົງ.



    ເວລາຫຼາຍເດືອນຜ່ານມານີ້, ປະເທດຕາເວັນຕົກເລີ່ມເກີດ “ອາການອ່ອນລ້າ” ທີ່ສະໜັບສະໜູນອູແກຣນດ້ານການທະຫານ, ການເກີດການປະທະກັນລະຫວ່າງປາແລັດສະຕິນ ກັບ ອິດສະຣາແອນເຮັດໃຫ້ອາເມຣິກາຫັນເຫຄວາມສົນໃຈ. ອີງຕາມການປະເມີນຂອງກຸ່ມນາໂຕ, ກອງທັບອູແກຣນຕ້ອງຍິງລູກປືນໃຫຍ່ 4.000 ຫາ 7.000 ລູກຕໍ່ມື້,ໄດ້ລື່ນກາຍຄວາມສາມາດຜະລິດຂອງປະເທດຕາເວັນຕົກ.ຫວ່າງມໍ່ໆມານີ້,ທ່ານໂຈເຊັບ ບໍເຣວ ຫົວໜ້າຝ່າຍນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງສະຫະພາບເອີລົບກ່າວວ່າ, ສະຫະພາບເອີລົບປະຕິບັດຄຳໝັ້ນສັນຍາກ່ຽວກັບການສະໜອງລູກປືນໃຫຍ່ຈຳນວນ 1 ລ້ານລູກໃຫ້ກັບອູແກຣນກ່ອນທ້າຍເດືອນມີນາປີໜ້າແມ່ນເປັນໄປບໍ່ໄດ້ແລ້ວ.