ປະຊາຊົນກາຊາ: ທຽບໃສ່ການໄດ້ຮັບເຄື່ອງຊ່ວຍເຫຼືອແລ້ວ, ພວກເຮົາຍິ່ງຢາກໄດ້ການຢຸດຍິງຫຼາຍກວ່າ

2023-12-25 14:27:43 cri


ພາຍຫຼັງປາແລັສຕິນກັບອິດສະຣາແອນເກີດການປະທະກັນຮອບໃໝ່ມານີ້, ປະຊາຊົນປາແລັສຕິນຈຳນວນຫຼວງຫຼາຍສູນເສຍບ່ອນເພິ່ງພາອາໄສແລະຈຳເປັນຕ້ອງຊັດເຊພະເນຈອນ. ປະຊາຊົນເຂດກາຊາຈຳນວນຫຼາຍໄດ້ໜີໄປນະຄອນ ຣາຟາ ທີ່ຢູ່ໃຕ້ສຸດຂອງເຂດກາຊາ, ເຊິ່ງແມ່ນດ່ານຕົ້ນຕໍທີ່ເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳຂົນສົ່ງຜ່ານເຂົ້າໄປເຂດກາຊາ.


ປັດຈຸບັນ, ຄຽງຄູ່ກັບການເປີດດ່ານ ຣາຟາ, ເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳຫຼາຍກວ່າເກົ່າໄດ້ເຂົ້າສູ່ເຂດກາຊາ, ແຕ່ຈຳນວນຄົນຈາກພາກເໜືອເຂດກາຊາໜີໄປພາກໃຕ້ນັ້ນແມ່ນນັບມື້ນັບເພີ່ມຫຼາຍຂຶ້ນ. ປະຊາຊົນເຂດກາຊາສະແດງຄວາມຮູ້ສຶກວ່າ: ພວກເຮົາຢາກກັບຄືນບ້ານເມືອງຂອງຕົນ, ການຊ່ວຍເຫຼືອແກ້ໄຂບັນຫາພື້ນຖານບໍ່ໄດ້, ຄວາມຢ້ານກົວຢູ່ໃນໃຈຂອງພວກເຮົາແມ່ນຮ້າຍແຮງກວ່າຄວາມອຶດຫິວ. ພວກເຮົາຢາກໃຫ້ຢຸດຍິງແລະໃຫ້ສົງຄາມສິ້ນສຸດລົງ.