ຈຳນວນຜູ້ຍົກຍ້າຍເຂົ້າໄປອາເມຣິກາທີ່ຜິດກົດໝາຍສືບຕໍ່ເພີ່ມຫຼາຍຂຶ້ນ

2023-12-25 11:00:12 CRI

    ວັນທີ 24 ທັນວານີ້, ບໍລິສັດວິທະຍຸໂກລົມບີອາເມຣິກາ ຫຼື CBSລາຍງານວ່າ: ໃນໜຶ່ງອາທິດຜ່ານມານີ້, ໜ່ວຍລາດຕະເວນຊາຍແດນອາເມຣິກາໄດ້ຈັບກຸມຜູ້ຍົກຍ້າຍເຂົ້າໄປອາເມຣິກາຢ່າງຜິດກົດໝາຍເກືອບ 50.000 ຄົນພາຍໃນເວລາພຽງແຕ່ 5 ມື້ເທົ່ານັ້ນ, ແຕ່ລະມື້ໄດ້ຈັບກຸມຫຼາຍກວ່າ 10.000 ຄົນ.


 

    ຫຼັງຈາກລັດຖະບານຊຸດປັດຈຸບັນຂອງອາເມຣິກາກຳອຳນາດແລ້ວ ໄດ້ຜ່ອນຄາຍນະໂຍບາຍຜູ້ຍົກຍ້າຍເຂົ້າເມືອງຢ່າງຫຼວງຫຼາຍ ເຮັດໃຫ້ຈຳນວນຜູ້ຍົກຍ້າຍທີ່ຜິດກົດໝາຍເພີ່ມຂຶ້ນຢ່າງຫຼວງຫຼາຍ. ໃນເດືອນສິງຫາປີນີ້, ຜູ້ຍົກຍ້າຍເຂົ້າໄປອາເມຣິກາທີ່ຜິດກົດໝາຍບັນລຸເຖິງ 300.000 ຄົນ ໂດຍໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ. ໃນເດືອນພະຈິກຜ່ານມາ, ຈຳນວນຜູ້ຍົກຍ້າຍເຂົ້າເມືອງຜິດກົດໝາຍຢູ່ອາເມຣິກາແມ່ນສູງເຖິງ 240.000 ຄົນ.