WHO: ລະບົບສາທາລະນະສຸກຢູ່ເຂດກາຊາກຳລັງຖືກທຳລາຍ

2023-12-25 14:47:04 cri


ວັນທີ 24 ທັນວານີ້ຕາມເວລາທ້ອງຖິ່ນ, ອົງການອະນາໄມໂລກ ຫຼື WHO ແຈ້ງໃຫ້ຮູ້ວ່າ: ລະບົບສາທາລະນະສຸກຢູ່ເຂດກາຊາກຳລັງຖືກທຳລາຍ, ປັດຈຸບັນ, ໂຮງໝໍ 36 ແຫ່ງຢູ່ເຂດກາຊາ ມີພຽງແຕ່ 9 ແຫ່ງເທົ່ານັ້ນທີ່ຍັງສາມາດເປີດບໍລິການໄດ້, ແຕ່ກໍເກືອບດຳເນີນຕໍ່ໄປບໍ່ໄດ້ອີກແລ້ວ. WHO ແຈ້ງໃຫ້ຮູ້ຕື່ມວ່າ: ເຖິງວ່າຄວາມຕ້ອງການດ້ານການປິ່ນປົວຢູ່ເຂດກາຊາໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍໃນເວລາດຽວ, ແຕ່ປັດຈຸບັນ, ຕຽງຄົນເຈັບມີພຽງແຕ່ 38% ເທົ່ານັ້ນທີ່ຍັງໃຊ້ໄດ້ ແລະ ມີພະນັກງານແພດໝໍພຽງແຕ່ 30% ເທົ່ານັ້ນທີ່ຍັງພວມສືບຕໍ່ເຮັດວຽກ.


WHO ເຕືອນວ່າ: ຖ້າວ່າລະບົບສາທາລະນະສຸກຢູ່ເຂດກາຊາຫຼົ້ມ, “ຈະເປັນເລື່ອງທີ່ໜ້າເສົ້າຫຼາຍ”. WHO ຮຽກຮ້ອງໃຫ້ຝ່າຍຕ່າງໆທີ່ປະທະກັນຈົ່ງຢຸດຍິງໃນທັນທີ.