ເຈົ້າໜ້າທີ່ຣັດເຊຍ:ການກະທຳທີ່ອາເມຣິກາຂະຫຍາຍອະທິປະໄຕເໜືອໄຫຼ່ທະວີບຢູ່ຂົ້ວໂລກເໜືອແມ່ນບໍ່ສາມາດຮັບເອົາໄດ້

2023-12-25 15:16:43 CRI

    ຂ່າວສານສະປຸດນິກຣັດເຊຍ ຫຼື Sputnik ລາຍງານວ່າ: ວັນທີ 24 ທັນວານີ້, ທ່ານນີໂກລາຍ ຮາລີໂຕນອຍ ປະທານຄະນະກຳມະການຂົ້ວໂລກເໜືອຣັດເຊຍກ່າວວ່າ: ການກະທຳທີ່ອາເມຣິກາຂະຫຍາຍອະທິປະໄຕເໜືອໄຫຼ່ທະວີບຢູ່ຂົ້ວໂລກເໜືອແຕ່ພຽງຝ່າຍດຽວແມ່ນບໍ່ສາມາດຮັບເອົາໄດ້, ສິ່ງນີ້ອາດຈະເຮັດໃຫ້ສະຖານະການເຄັ່ງຕຶງຂຶ້ນ.



    ວັນທີ 19 ທັນວານີ້, ກະຊວງການຕ່າງປະເທດອາເມຣິກາອອກຖະແຫຼງການ ໂດຍປະກາດຄວາມຮຽກຮ້ອງທີ່ຂະຫຍາຍອະທິປະໄຕເໜືອໄຫຼ່ທະວີບນອກຢູ່ຂົ້ວໂລກເໜືອ ແລະ ເຂດທະເລເບຣີງແຕ່ພຽງຝ່າຍດຽວ,ຍອດຈຳນວນເນື້ອທີ່ໄຫຼ່ທະວີບທີ່ກ່ຽວຂ້ອງມີເຖິງປະມານ 1.000.000ກິໂລຕາແມັດ.ຈຳນວນຜູ້ຍົກຍ້າຍເຂົ້າໄປອາເມຣິກາທີ່ຜິດກົດໝາຍສືບຕໍ່ເພີ່ມຫຼາ