ຜູ້ນຳປະເທດສະຫະພັນເສດຖະກິດເອີຣົບ-ອາຊີລົງນາມໃນຖະແຫຼງການພັດທະນາເສດຖະກິດ

2023-12-26 16:11:02 cri

 

    ວັນທີ 25 ທັນວານີ້, ຄະນະກຳມະການສູງສຸດ ເຊິ່ງເປັນອົງການອຳນາດສູງສຸດຂອງສະຫະພັນເສດຖະກິດເອີຣົບ-ອາຊີ ໄດ້ຈັດກອງປະຊຸມຢູ່ນະຄອນແຊັງປີເຕີສະບວກປະເທດຣັດເຊຍ. ບັນດາຝ່າຍໄດ້ເປິກສາຫາລືຜົນງານດ້ານການຮ່ວມມືຂອງສະຫະພັນເສດຖະກິດເອີຣົບ-ອາຊີໃນຫຼາຍປີທີ່ຜ່ານມາ ແລະ ອະນາຄົດດ້ານການຮ່ວມມື, ທັງໄດ້ລົງນາມໃນເອກະສານຫຼາຍສະບັບ ຄື: ຖະແຫຼງການພັດທະນາເສດຖະກິດເປັນຕົ້ນ, ໄດ້ເປັນທິດຊີ້ນຳໃຫ້ແກ່ການລົງເລິກການຮ່ວມມືຕື່ມອີກ.

    ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ກ່າວໃນກອງປະຊຸມວ່າ: ສະຫະພັນເສດຖະກິດເອີຣົບ-ອາຊີສ້າງຕັ້ງຂຶ້ນເປັນເວລາເກືອບ 10 ປີມານີ້, ຍອດມູນຄ່າການຄ້າລະຫວ່າງປະເທດສະມາຊິກໄດ້ເພີ່ມຂຶ້ນເກືອບທົບເທົ່າ, ລວມຍອດຜະລິດຕະພັນພາຍໃນ ຫຼືGDP ຂອງບັນດາປະເທດໄດ້ເພີ່ມຂຶ້ນຈາກ 1.600 ຕື້ໂດລາເປັນ 2.500 ຕື້ໂດລາ.