ອີຣານ ແລະ ເອຢິບກຳລັງເດີນຕາມເສັ້ນທາງທີ່ຈະກ້າວໄປເຖິງຂັ້ນເຊັນສັນຍາທີ່ມີລັກສະນະສ້າງສັນ

2023-12-26 11:32:48 CRI

    ວັນທີ 25 ທັນວານີ້, ໃນເວລາຕອບຄຳຖາມນັກຂ່າວກ່ຽວກັບການພົວພັນລະຫວ່າງອີຣານ ກັບ ເອຢິບໃນກອງປະຊຸມຖະແຫຼງຂ່າວ,ທ່ານນາດເຊີ ການານີ ໂຄສົກກະຊວງການຕ່າງປະເທດອີຣານກ່າວວ່າ:ອີຣານ ແລະ ເອຢິບກຳລັງເປີດໂສມໜ້າໃໝ່ແຫ່ງການພົວພັນທີ່ມີລັກສະນະສ້າງສັນໂດຍຜ່ານການສົນທະນາ ແລະ ການແລກປ່ຽນກັນ.


 

    ທ່ານນາດເຊີ ການານີກ່າວຕື່ມວ່າ: ໂດຍຜ່ານການສົນທະນາ ແລະການແລກປ່ຽນກັນ, ສອງປະເທດກຳລັງເດີນຕາມເສັ້ນທາງອັນດີງາມທີ່ເປີດໂສມໜ້າໃໝ່ແຫ່ງການພົວພັນທີ່ມີລັກສະນະສ້າງສັນ, ການກະທຳແບບນີ້ບໍ່ພຽງແຕ່ມີຜົນດີຕໍ່ສອງລັດ ແລະ ສອງຊົນຊາດເທົ່ານັ້ນ, ຍັງມີຜົນດີຕໍ່ພາກພື້ນ ແລະ ໂລກອິດສະລາມທັງມົດອີກດ້ວຍ.


    ວັນທີ 23 ທັນວານີ້, ທ່ານອິບຣາຮິມ ໄຣຊີ ປະທານາທິບໍດີອີຣານ ແລະ ທ່ານອັບເດວ ຟາຕາ ອານ-ຊີຊີ ປະທານາທິບໍດີເອຢິບໄດ້ສົນທະນາກັນຜ່ານທາງໂທລະສັບ,ຜູ້ນຳສອງທ່ານໄດ້ຫາລືກ່ຽວກັບການພົວພັນລະຫວ່າງສອງປະເທດ ແລະ ສະຖານະການລະຫວ່າງປາແລັດສະຕິນ ກັບ ອິດສະຣາແອນ, ສອງຝ່າຍເຫັນດີໃຊ້ມາດຕະການທີ່ແທ້ຈິງເພື່ອຊຸກຍູ້ໃຫ້ການພົວພັນທາງການທູດລະຫວ່າງສອງປະເທດຫັນເປັນແບບປົກກະຕິ.ທ່ານອິບຣາຮິມ ໄຣຊີ ປະທານາທິບໍດີອີຣານກ່າວວ່າ: ອີຣານກຽມອອກແຮງສຸດຂີດເພື່ອສະໜອງການຊ່ວຍເຫຼືອໃຫ້ແກ່ປະຊາຊົນປາແລັດສະຕິນ.