ນັບແຕ່ເກີດການປະທະກັນກັບປາແລັດສະຕິນຮອບນີ້ເປັນຕົ້ນມາ, ອາເມຣິກາໄດ້ຂົນສົ່ງອາວຸດຫຼາຍກວ່າ 10.000 ໂຕນໃຫ້ແກ່ອິດສະຣາແອນ

2023-12-26 15:20:10 cri


ວັນທີ 25 ທັນວານີ້, ສື່ມວນຊົນອິດສະຣາແອນລາຍງານວ່າ, ນັບແຕ່ເກີດການປະທະກັນລະຫວ່າງອິດສະຣາແອນກັບປາແລັດສະຕິນຮອບນີ້ເປັນຕົ້ນມາ, ອາເມຣິໄດ້ຂົນສົ່ງອາວຸດຍຸດໂທປະກອນຫຼາຍກວ່າ 10.000  ໂຕນໃຫ້ແກ່ອິດສະຣາແອນໂດຍນຳໃຊ້ຍົນຂົນສົ່ງ 244 ລຳແລະກຳປັ່ນ 20 ລຳ, ໃນນັ້ນ, ລວມທັງລົດຫຸ້ມເກາະ, ອຸປະກອນປ້ອງກັນຄວາມປອດໄພສ່ວນບຸກຄົນ, ລູກປືນແລະອື່ນໆ.


ຂ່າວແຈ້ງໃຫ້ຮູ້ວ່າ: ກະຊວງປ້ອງກັນປະເທດອິດສະຣາແອນໄດ້ຈັດຊື້ອາວຸດຍຸດໂທປະກອນ ທີ່ມີມູນຄ່າເກືອບ 2 ຕື້ 800 ລ້ານໂດລາຈາກອາເມຣິກາຕື່ມອີກ.