ແຈ້ງຜົນການຕັດສິນຄະດີກ່ຽວກັບການຮ້ອງຟ້ອງຂອງຜູ້ຫຼົບໄພຈາກອຸບັດເຫດນິວເຄລຍຟຸຄຸຊິມະອີກຄະດີໜຶ່ງ

2023-12-27 11:40:56 CRI

 

    ຂ່າວສານກຽວໂດລາຍງານວ່າ: ໂດຍແນໃສ່ຄະດີທີ່ໂຈດຫຼາຍສິບຄົນ ເຊິ່ງເປັນຜູ້ຫົຼບໄພຈາກແຂວງຟຸຸຄຸຊິມະໄປແຫ່ງຕ່າງໆເຊັ່ນ:ນະຄອນຫຼວງໂຕກຽວເປັນຕົ້ນຍ້ອນອຸບັດເຫດໂຮງໄຟຟ້ານິວເຄລຍເລກໜຶ່ງນັ້ນຮ້ອງຟ້ອງໃຫ້ລັດຖະບານຍີ່ປຸ່ນ ແລະ ບໍລິສັດພະລັງງານໄຟຟ້າໂຕກຽວຈ່າຍຄ່າທົດແທນ, ສານສູງຂອງໂຕກຽວໄດ້ແຈ້ງຜົນການຕັດສິນໃນວັນທີ 26 ທັນວານີ້ ໂດຍຕັດສິນໃຫ້ບໍລິສັດພະລັງງານໄຟຟ້າໂຕກຽວຕ້ອງຈ່າຍຄ່າທົດແທນ ແລະ ຍົກຟ້ອງລັດຖະບານຍີປຸ່ນບໍ່ໃຫ້ມີຄວາມຮັບຜິດຊອບ.


    ຂ່າວແຈ້ງໃຫ້ຮູ້ວ່າ: ຄະດີຮ້ອງຟ້ອງຍ້ອນອຸບັດິເຫດນິວເຄລຍຟຸຄຸຊິມະຢູ່ຍີ່ປຸ່ນແມ່ນມີ 30 ກວ່າຄະດີແລ້ວ. ເດືອນມິຖຸນາປີ 2022 ຜ່ານມາ, ສານສູງສຸດຍີ່ປຸ່ນໄດ້ແຈ້ງຜົນການຕັດສິນຕໍ່ຄວາມຮັບຜິດຊອບທີ່ກ່ຽວຂ້ອງຂອງລັດຖະບານຍີ່ປຸ່ນຈາກອຸບັດເຫດນິວເຄລຍເປັນເທື່ອທຳອິດ ໂດຍເຫັນວ່າລັດຖະບານຍີ່ປຸ່ນບໍ່ມີຄວາມຮັບຜິດຊອບຕ້ອງຈ່າຍຄ່າທົດແທນໃຫ້ປະຊາຊົນຂອງແຂວງຟຸຄຸຊິມະ ແລະ ເຂດອ້ອມຂ້າງທີ່ຫຼົບໄພມາຫຼາຍປີ, ໃຫ້ບໍລິສັດພະລັງງານໄຟຟ້າໂຕກຽວຮັບຜິດຊອບຈ່າຍຄ່າທົດແທນ, ພ້ອມກັນນັ້ນໃນຄະດີຮ້ອງຟ້ອງທີ່ຄ້າຍຄືກັນນີ້, ບໍ່ໃຫ້ລັດຖະບານຍີ່ປຸ່ນມີຄວາມຮັບຜິດຊອບ.