ປີນີ້ ໄດ້ມີຜູ້ເສຍຊີວິດຫຼາຍກວ່າ 42.000 ຄົນຍ້ອນເຫດການທີ່ກ່ຽວຂ້ອງກັບອາວຸດປືນຢູ່ອາເມຣິກາ

2023-12-28 11:02:40 CRI

   ອີງຕາມຕົວເລກຈາກເວັບໄຊ “ສຳເນົາເອກະສານການໃຊ້ຄວາມຮຸນແຮງດ້ວຍອາວຸດປືນ” ຢູ່ອາເມຣິກາສະແດງໃຫ້ເຫັນວ່າ, ນັບມາຮອດວັນທີ 27 ທັນວານີ້,ຢູ່ອາເມຣິກາ ໄດ້ມີຜູ້ເສຍຊີວິດຈຳນວນ 42.000 ກວ່າຄົນຈາກເຫດການທີ່ກ່ຽວຂອງກັບອາວຸດປືນ. ໃນນັ້ນ, ມີຜູ້ບໍ່ເຕັມອາຍຸກະສຽນ 1.656 ຄົນ.


 

    ຕໍ່ກັບເລື່ອງນີ້, ສື່ມວນຊົນອາເມຣິກາລາຍງານຂ່າວວ່າ: ຜູ້ບໍ່ເຕັມອາຍຸກະສຽນນັບມື້ນັບຫຼາຍໄດ້ກາຍເປັນຜູ້ປະສົບເຄາະຮ້າຍຈາກການໃຊ້ຄວາມຮຸນແຮງດ້ວຍອາວຸດປືນ. ປັດໄຈຕ່າງໆ ເຊັ່ນ: ການໃຊ້ປືນຊະຊາຍ ແລະຂາດການຕິດຕາມຄຸ້ມຄອງເປັນຕົ້ນໄດ້ຊຸກຍູ້ໃຫ້ເຫດການທີ່ຊາວໜຸ່ມເຍົາວະຊົນໃຊ້ຄວາມຮຸນແຮງດ້ວຍອາວຸດປືນເພີ່ມຫຼາຍຂຶ້ນ.