ນາຍົກປາແລັດສະຕິນກ່າວວ່າ:ອິດສະຣາແອນກຳລັງສູນເສຍການສະໜັບສະໜູນຈາກພັນທະມິດ

2023-12-28 11:06:08 CRI

    ວັນທີ 27 ທັນວານີ້, ທ່ານໂມຮຳເມັດ ຊີໄຕເຢຮ໌ ນາຍົກລັດຖະມົນຕີປາແລັດສະຕິນກ່າວວ່າ: ອິດສະຣາແອນຈະ “ເອົາຊະນະຈິດໃຈທີ່ຢາກບັນລຸໃຫ້ມີເສລີພາບ ເອກະລາດ ແລະ ສ້າງປະເທດຊາດຂອງປະຊາຊົນປາແລັດສະຕິນ” ບໍ່ໄດ້.


 

    ທ່ານໂມຮຳເມັດ ຊີໄຕເຢຮ໌ກ່າວຕື່ມວ່າ: ຍ້ອນວ່າອິດສະຣາແອນສືບຕໍ່ດຳເນີນການເຄື່ອນໄຫວທາງການທະຫານຂະໜາດໃຫຍ່ຢູ່ເຂດກາຊາເຮັດໃຫ້ປະຊາຊົນເຂດກາຊາຊັດເຊພະເນຈອນ ທຸກຍາກລຳບາກ, ສິ່ງນີ້ໄດ້ເຮັດໃຫ້ອິດສະຣາແອນກຳລັງສູນເສຍການສະໜັບສະໜູນຈາກປະຊາຄົມໂລກ ແລະ ພັນທະມິດ.