ການສົນທະນາຜ່ານທາງວິດີໂອລະຫວ່າງກອງທັບຈີນ-ອາເມຣິກາໄດ້ຮັບຜົນງານທີ່ມີລັກສະນະສ້າງສັນ

2023-12-28 17:05:14 cri


    ຕອນບ່າຍວັນທີ 28 ທັນວານີ້, ກະຊວງປ້ອງກັນປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ, ທ່ານອູຊ່ຽນ ໂຄສົກກະຊວງປ້ອງກັນປະເທດຈີນໄດ້ແນະນຳມາດຕະການດ້ານການພັດທະນາສາຍພົວພັນລະຫວ່າງກອງທັບຈີນ-ອາເມຣິກາຕື່ມອີກ.

    ທ່ານອູຊ່ຽນກ່າວວ່າ: ໃນໄລຍະພົບປະກັນຢູ່ນະຄອນຊັນຟຣັນຊິສໂກຂອງອາເມຣິກາໃນເດືອນພະຈິກແລ້ວນີ້, ປະມຸກລັດສອງປະເທດຈີນ-ອາເມຣິກາໄດ້ເຫັນດີເປັນເອກະພາບກັນວ່າຟື້ນຟູການແລກປ່ຽນຊັ້ນສູງລະຫວ່າງກອງທັບສອງປະເທດຄືນໃໝ່ບົນພື້ນຖານສະເໝີພາບ ແລະ ເຄົາລົບນັບຖືເຊິ່ງກັນ ແລະ ກັນ. ຕອນຄ່ຳຂອງວັນທີ 21 ທັນວານີ້, ທ່ານລິວເຈິ້ນລີ້ ກຳມະການຄະນະກຳມະການການທະຫານສູນກາງຈີນ ຫົວໜ້າກົມເສນາທິການປະສົມຂອງຄະນະກຳມະການການທະຫານສູນກາງຈີນ ແລະ ທ່ານຈາເລັດ ຄວິນເຕີນ ບຣາວ ປະທານກອງປະຊຸມປະສົມຫົວໜ້າເສນາທິການກອງທັບອາເມຣິກາໄດ້ສົນທະນາກັນຜ່ານທາງວິດີໂອ, ໂດຍໄດ້ແລກປ່ຽນຄວາມເຫັນຢ່າງລົງເລິກກ່ຽວກັບການຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນ ຮ່ວມກັນຂອງປະມຸກລັດສອງປະເທດກ່ຽວກັບກອງທັບສອງປະເທດ ແລະ ບັນຫາທີ່ສົນໃຈ, ໂດຍໄດ້ຮັບຄວາມຄືບໜ້າອັນຕັ້ງໜ້າ ແລະ ມີລັກສະນະສ້າງສັນ. ຕໍ່ໄປນີ້, ຫວັງວ່າອາເມຣິກາຈະເດີນຕາມທິດທາງດຽວກັນກັບຈີນ, ຊຸກຍູ້ໃຫ້ສາຍພົວພັນກອງທັບສອງປະເທດພັດທະນາຢ່າງປອດໄສ ແລະ ໝັ້ນທ່ຽງບົນພື້ນຖານສະເໝີພາບ ແລະ ເຄົາລົບນັບຖືເຊິ່ງກັນ ແລະ ກັນ.