ອອກອາກາດຟິມສາລະຄະດີ “ຜ່ານ 25 ປີຍັງມີພະລັງຊີວິດ——ບັນທຶກການຮ່ວມມືທີ່ມີໄມຕີຈິດ ຈີນ-ອາຟຣິກາໃຕ້” ທີ່ຜະລິດໂດຍ CMG

2023-12-28 16:48:22 cri


ປີນີ້ແມ່ນຈີນກັບອາຟຣິກາໃຕ້ສ້າງສາຍພົວພັນທາງການທູດຄົບຮອບ 25 ປີ, ການພົວພັນລະຫວ່າງຈີນກັບອາຟຣິກາໃຕ້ ໄດ້ກາຍເປັນການພົວພັນສອງຝ່າຍທີ່ມີພະລັງຊີວິດຫຼາຍທີ່ສຸດລະຫວ່າງປະເທດພວມພັດທະນາ. ຟິມສາລະຄະດີ “ຜ່ານ 25 ປີຍັງມີພະລັງຊີວິດ——ບັນທຶກການຮ່ວມມືທີ່ມີໄມຕີຈິດ ຈີນ-ອາຟຣິກາໃຕ້” ທີ່ຖ່າຍທຳໂດຍ ວິທະຍຸໂທລະພາບສູນກາງຈີນ ຫຼື CMG ກັບບໍລິສັດວິທະຍຸອາຟຣິກາໃຕ້ ໄດ້ບັນທຶກປະຫວັດຄວາມເປັນມາຈາກການໄປຢ້ຽມຢາມອາຟຣິກາໃຕ້ທາງລັດຖະກິດເທື່ອທີ 4 ຂອງທ່ານ ສີຈິ້ນຜິງ ປະທານປະເທດຈີນ, ສະແດງໃຫ້ເຫັນເຖິງຜົນງານແຫ່ງການຮ່ວມມືດ້ານການຕ່າງປະເທດ, ເສດຖະກິດ ແລະການແລກປ່ຽນວັດທະນະທຳລະຫວ່າງຈີນກັບອາຟຣິກາ, ບັນທຶກເລື່ອງລາວແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ການເຊື່ອມສານຈິດໃຈ, ການຖອດຖອນບົດຮຽນຂອງອະລິຍະທຳລະຫວ່າງສອງປະເທດຢ່າງມີຊີວິດຊີວາ.


ສາລະຄະດີດັ່ງກ່າວລວມມີ 3 ຕອນ, ຈະອອກອາກາດຜ່ານຊ່ອງ CCTV4, ຊ່ອງພາສາອັງກິດແລະຊ່ອງສາລະຄະດີຂອງ CGTN ເປັນຄັ້ງທຳອິດໃນລະຫວ່າງວັນທີ 28 ຫາ 30 ທັນວານີ້.