ລັດຖະບານຍີ່ປຸ່ນອະນຸມັດແຜນການໂຄງການຖົມທະເລຢູ່ເຂດເຮໂນໂກ

2023-12-28 16:49:15 cri


ວັນທີ 28 ທັນວານີ້, ສຳນັກຂ່າວ NHK ລາຍງານວ່າ: ແນໃສ່ແຜນການຍົກຍ້າຍສະໜາມບິນຟູເທັນມາຂອງທະຫານອາເມຣິກາ ໄປເຂດເຮໂນໂກ, ລັດຖະບານຍີ່ປຸ່ນໄດ້ອະນຸມັດແຜນການໂຄງການຖົມທະເລຢູ່ເຂດເຮໂນໂກ, ເພື່ອກະກຽມຄວາມພ້ອມໃຫ້ແກ່ການຍົກຍ້າຍຖານທັບຟູເທັນມາ ຂອງທະຫານອາເມຣິກາທີ່ປະຈຳການຢູ່ຍີ່ປຸ່ນໄປສູ່ເຂດດັ່ງກ່າວ. ຄາດວ່າ, ໂຄງການດັ່ງກ່າວຈະເລີ່ມຂຶ້ນໃນຕອນກາງເດືອນມັງກອນປີ 2024.


ຖານທັບອາເມຣິກາປະຈຳຟູເທັນມາ ມີແຜນຈະຍົກຍ້າຍອອກຈາກເມືອງກີໂນວັນ ແຂວງໂອກີນາວາ ໄປສູ່ ເຂດເຮໂນໂກແຂວງດັ່ງກ່າວ, ການຍົກຍ້າຍແມ່ນຕ້ອງການຖົມທະເລ ແລ້ວສ້າງທາງ 2 ເລນໃຫ້ຍົນແລ່ນ. ປະຊາຊົນແຂວງໂອກີນາວາ ໄດ້ສະແດງການຄັດຄ້ານຕໍ່ເລື່ອງນີ້ຢ່າງຮຸນແຮງ, ຮຽກຮ້ອງໃຫ້ຖານທັບອາເມຣິກາຍ້າຍອອກຈາກແຂວງດັ່ງກ່າວຢ່າງເຖິງຖອງ.


ລັດຖະບານຍີ່ປຸ່ນບໍ່ເອົາຫົວຊານຳການຄັດຄ້ານແລະການປະທ້ວງຂອງປະຊາຊົນແຂວງໂອກີນາວາ, ເລີ່ມຖົມທະເລຢູ່ເຂດເຮໂນໂກ ຂອງແຂວງດັ່ງກ່າວນັບແຕ່ວັນທີ 14 ທັນວາປີ 2018 ເປັນຕົ້ນມາ.