ມູນຄ່າສົ່ງອອກອາວຸດຍຸດໂທປະກອນຂອງເຢຍລະມັນໃນປີ 2023 ໄດ້ສ້າງສະຖິຕິສູງສຸດ

2023-12-28 16:50:03 cri


ອີງຕາມສະຖິຕິຂອງກະຊວງເສດຖະກິດເຢຍລະມັນໃຫ້ຮູ້ໃນວັນທີ 27 ທັນວານີ້ວ່າ: ໃນປີ 2023, ລັດຖະບານເຢຍລະມັນໄດ້ອະນຸມັດໃຫ້ສົ່ງອອກອາວຸດຍຸດໂທປະກອນທີ່ມີມູນຄ່າເຖິງ  11 ຕື້ 710 ລ້ານເອີໂຣເປັນຢ່າງໜ້ອຍ. ນັກວິເຄາະຊີ້ອອກວ່າ, ມູນຄ່າສົ່ງອອກອາວຸດຍຸດໂທປະກອບຂອງເຢຍລະມັນໄດ້ສ້າງສະຖິຕິສູງສຸດ, ຕົ້ນຕໍແມ່ນຍ້ອນເຢຍລະມັນໄດ້ໃຫ້ການສະໜັບສະໜູນດ້ານການທະຫານແກ່ອູແກຣນ.


ອີງຕາມສະຖິຕິສະແດງໃຫ້ເຫັນວ່າ, ລະຫວ່າງວັນທີ 1 ມັງກອນຫາວັນທີ 12 ທັນວາປີນີ້, ຍອດມູນຄ່າອາວຸດຍຸດໂທປະກອນທີ່ລັດຖະບານເຢຍລະມັນອະນຸມັດໃຫ້ສົ່ງອອກນັ້ນ ໄດ້ເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ໃນຈຳນວນອາວຸດຍຸດໂທປະກອນທີ່ລັດຖະບານເຢຍລະມັນອະນຸມັດໃຫ້ສົ່ງອອກນັ້ນ, ມີຫຼາຍກວ່າ 1 ສ່ວນ 3 ແມ່ນສົ່ງໃຫ້ອູແກຣນ, ເຊິ່ງມີມູນຄ່າເຖິງ 4 ຕື້ 150 ລ້ານເອີໂຣ.