ເລຂາທິການໃຫຍ່ອົງການ ສປຊ ກ່າວຄຳອວຍພອນປີໃໝ່ສາກົນ ແລະ ຮຽກຮ້ອງໃຫ້ປະຊາຄົມໂລກເພີ່ມທະວີຄວາມສາມັກຄີ

2023-12-29 15:48:40 cri


    ວັນທີ 28 ທັນວານີ້, ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ກ່າວຄຳອວຍພອນປີໃໝ່ສາກົນຜ່ານທາງວິດີໂອ, ໂດຍໄດ້ຮຽກຮ້ອງໃຫ້ປະຊາຄົມໂລກເພີ່ມທະວີຄວາມສາມັກຄີ.

    ທ່ານອັນໂຕນີໂອ ກູເຕີເຣັສ ກ່າວວ່າ: ປີ 2023 ແມ່ນປີທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ, ຄວາມຮຸນແຮງ ແລະ ຄວາມສັບສົນຂອງດິນຟ້າອາກາດ, ບັນຫາທົ່ວໂລກທີ່ໜັກໜ່ວງໄດ້ເຮັດໃຫ້ສິ່ງທ້າທາຍໃນທົ່ວໂລກຮຸນແຮງຂຶ້ນຕື່ມອີກ, ຄວາມທຸກຍາກ ແລະ ຄວາມອຶດຫິວຍັງສືບຕໍ່ທໍລະມານຄົນຈຳນວນຫຼວງຫຼາຍ, ຈຳນວນ ແລະ ຄວາມຮຸນແຮງຈາກການປະທະກັນ ແລະ ສົງຄາມໄດ້ເພີ່ມຫຼາຍຂຶ້ນຢ່າງບໍ່ຢຸດຢັ້ງ. ການຕິຕຽນກັນ ແລະ ໃຊ້ກຳລັງອາວຸດບໍ່ແມ່ນທາງອອກ. ໃນເມື່ອພວກເຮົາສາມັກຄີກັນ, ມະນຸດຈຶ່ງມີຄວາມເຂັ້ມແຂງຫຼາຍທີ່ສຸດ.

    ໃນເວລາມຸ່ງສູ່ອະນາຄົດ, ທ່ານອັນໂຕນີໂອ ກູເຕີເຣັສ ໄດ້ຄອງຄອຍປີ 2024 ຈະເປັນປີທີ່ສຸມໃສ່ການສ້າງຄວາມໄວ້ເນື້ອເຊື່ອໃຈກັນຄືນໃໝ່ ແລະ ຟື້ນຟູຄວາມຫວັງຄືນໃໝ່, ທ່ານກ່າວວ່າ: ພວກເຮົາຕ້ອງຫຼຸດຜ່ອນຂໍ້ຂັດແຍ້ງ, ຮ່ວມກັນຊອກຫາແຜນການແກ້ໄຂ, ອົງການສະຫະປະຊາຊາດຈະສຸມກຳລັງເຂົ້າໃນການສ້າງຄວາມສາມັກຄີທົ່ວໂລກ, ຊຸກຍູ້ສັນຕິພາບ, ການພັດທະນາແບບຍືນຍົງ ແລະ ສິດທິມະນຸດຢ່າງເດັດດ່ຽວໜຽວແໜ້ນ.