ຫຼາຍອົງກອນຂອງອົງການສະຫະປະຊາຊາດ ສະແດງຄວາມເປັນຫ່ວງຕໍ່ສະຖານະການດ້ານມະນຸດສະທຳຢູ່ເຂດກາຊາແລະຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ

2023-12-29 14:34:18 cri


ວັນທີ 28 ທັນວານີ້, ຫຼາຍອົງກອນຂອງອົງການສະຫະປະຊາຊາດ ໄດ້ສະແດງຄວາມເປັນຫ່ວງອີກຄັ້ງໜຶ່ງ ຕໍ່ສະຖານະການດ້ານມະນຸດສະທຳຢູ່ເຂດກາຊາແລະຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນໃນປັດຈຸບັນ.


ວັນທີ 28 ທັນວານີ້, ສຳນັກງານບັນເທົາທຸກແລະຈັດຫາງານຂອງອົງການສະຫະປະຊາຊາດສຳລັບຜູ້ລີ້ໄພຊາວປະແລັດສະຕິນໃນຕາເວັນອອກໃກ້ (UNRWA) ກ່າວເຕືອນຜ່ານສື່ສັງຄົມອອນລາຍວ່າ: ການປິດລ້ອມໄດ້ພາໃຫ້ເກີດການຂາດເຂີນເຄື່ອງຊ່ວຍເຫຼືອ, ຢູ່ເຂດກາຊາ ມີປະຊາຊົນ 40% ກຳລັງຜະເຊີນກັບຄວາມສ່ຽງດ້ານການອຶດຫິວ, ຫຼາຍກວ່າ 150.000 ຄົນບໍ່ມີບ່ອນເພີ່ງພາອາໄສ.


ຫ້ອງການຂ້າຫຼວງໃຫຍ່ດ້ານສິດທິມະນຸດຂອງອົງການ ສປຊ ເຜີຍແຜ່ບົດລາຍງານ ໂດຍລະບຸວ່າ: ພຽງແຕ່ລະຫວ່າງ ວັນທີ 7 ຕຸລາຫາວັນທີ 27 ທັນວາປີນີ້ເທົ່ານັ້ນ, ທະຫານແລະພາກສ່ວນບັງຄັບໃຊ້ກົດໝາຍຂອງອິດສະຣາແອນໄດ້ສັງຫານຊາວປາແລັດສະຕິນຢູ່ຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ 291 ຄົນເປັນຢ່າງໜ້ອຍ, ເຊິ່ງເປັນຕົວເລກສູງທີ່ສຸດນັບແຕ່ມີການບັນທຶກພາຍຫຼັງປີ 2005 ເປັນຕົ້ນມາ. ສະພາບການດ້ານມະນຸດສະທຳຂອງຊາວປາແລັດສະຕິນທີ່ດຳລົງຊີວິດຢູ່ເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ ນັບມື້ນັບຮ້າຍແຮງຂຶ້ນ.


ນອກນີ້, ກອງທຶນສຳລັບເດັກ ສປຊ ຫຼື ຍູນິເຊັບ ໄດ້ອອກຖະແຫຼງການວ່າ: ໃນ 12 ອາທິດຫຼັງຈາກເກີດການປະທະກັນມານີ້, ຢູ່ຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ ໄດ້ມີເດັກນ້ອຍ 83 ຄົນເສຍຊີວິດຍ້ອນເຫດການຮຸນແຮງທີ່ກ່ຽວຂ້ອງກັບການປະທະກັນ. ຍູນິເຊັບ ມີຄວາມເປັນຫ່ວງທີ່ສຸດຕໍ່ສິດດ້ານຄວາມປອດໄພແລະສິດຢູ່ລອດຂອງເດັກນ້ອຍຢູ່ທ້ອງຖິ່ນດັ່ງກ່າວ.