ການຂັບຜິດພາດເປັນສາເຫດຕົ້ນຕໍທີ່ພາໃຫ້ເກີດເຫດການເຮືອບິນຕົກຢູ່ໂປຄາຣາປະເທດເນປານ

2023-12-29 17:34:31 CRI


ວັນທີ 28 ທັນວານີ້, ສື່ມວນຊົນເນປານລາຍງານວ່າ, ຄະນະກຳມະການສືບສວນເຫັນວ່າ ການຂັບຜິດພາດເປັນ ສາເຫດຕົ້ນຕໍທີ່ພາໃຫ້ເກີດເຫດການເຮືອບິນຕົກຢູ່ໂປຄາຣາປະເທດເນປານ, ນັກບິນໄດ້ມອດໄຟແບບຜິດພາດ, ເຮັດໃຫ້ເຮືອບິນບໍ່ມີແຮງຂັບເຄື່ອນທີ່ພຽງພໍ. ນອກນີ້, ນັກບິນຍັງຊູຊີຈອດຢູ່ເລນທີ 12 ທັງ ທີ່ໄດ້ຮັບຄຳສັ່ງໃຫ້ຈອດຢູ່ເລນທີ 30.


ວັນທີ 15 ມັງກອນ ປີ 2023, ເຮືອນບິນໂດຍສານລຳໜຶ່ງຂອງບໍລິສັດການບິນເຢທີຂອງເນປານ ທີ່ບັນທຸກ 72 ຄົນບິນຈາກນະຄອນຫຼວງກາດມານດູໄປ ໂປຄາຣາ, ໄດ້ຕົກຢູ່ບໍລິເວນໃກ້ກັບສະໜາມບິນສາກົນ ໂປຄາຣາ.