ເມັກຊິກຮຽກຮ້ອງໃຫ້ອາເມຣິກາແກ້ໄຂບັນຫາຊາວຍົກຍ້າຍຜິດກົດໝາຍຈາກຂັ້ນພື້ນຖານ

2023-12-29 15:25:00 cri

 

    ຫວ່າງມໍ່ໆມານີ້, ທ່ານອັນໂຕນີ ບຣີນເຄັນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໄດ້ຢ້ຽມຢາມປະເທດໃກ້ຄຽງ ຄື: ເມັກຊິກ ເພື່ອຊອກຫາວິທີແກ້ໄຂບັນຫາຊາວຍົກຍ້າຍຜິດກົດໝາຍທີ່ໜັກໜ່ວງທີ່ສຸດໃນໄລຍະຜ່ານມາ. ທ່ານອັນເດຣສ ມານູນ ໂລເປສ ໂອບຣາເດີ ປະທານາທິບໍດີເມັກຊິກໄດ້ຮຽກຮ້ອງໃຫ້ອາເມຣິກາຊ່ວຍເຫຼືອການພັດທະນາຂອງປະເທດຢູ່ອາເມຣິກາ-ລາຕິນ , ແຕ່ຫາກບໍ່ແມ່ນສ້າງກຳແພງຢູ່ເຂດຊາຍແດນ ເພື່ອແກ້ໄຂບັນຫາຊາວຍົກຍ້າຍຜິດກົດໝາຍຈາກຂັ້ນພື້ນຖານ.

    ທ່ານອັນເດຣສ ມານູນ ໂລເປສ ໂອບຣາເດີ ກ່າວຕື່ມວ່າ: ອາເມຣິກາຄວນນຳໃຊ້ເງິນທຶນເຂົ້າໃນການຊ່ວຍເຫຼືອປະຊາຊົນຢູ່ພາກພື້ນອາເມຣິກາ-ລາຕິນ ແລະ ພາກພື້ນກາຣາອິບຫຼຸດພົ້ນອອກຈາກຄວາມທຸກຍາກ, ທົ່ວໂລກພວມຜະເຊີນກັບວິກິດການດ້ານເສດຖະກິດ ແລະ ສັງຄົມຫຼາຍປະການ, ຄວນຊຸກຍູ້ການພັດທະນາການຜະລິດ ແລະ ສ້າງວຽກເຮັດງານທຳຕື່ມອີກ, ສິ່ງນີ້ຈຶ່ງແມ່ນມາດຕະການທີ່ບັງເກີດຜົນ ແລະ ມີມະນຸດສະທຳຫຼາຍກວ່າເກົ່າ.