ລັດຖະມົນຕີຕ່າງປະເທດຣັດເຊຍກ່າວວ່າ ຄວາມບໍ່ແນ່ນອນ ແລະ ລັກສະນະທຳລາຍຂອງນະໂຍບາຍອາເມຣິກາເຮັດໃຫ້ສະພາບການຄວບຄຸມກຳລັງອາວຸດຊຸດໂຊມລົງ

2023-12-29 14:35:16 CRI


    ວັນທີ 28 ທັນວານີ້, ໃນເວລາໃຫ້ສຳພາດຕໍ່ສື່ມວນຊົນຣັດເຊຍ, ທ່ານເຊີເກ ລັຟລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວວ່າ, ຄວາມບໍ່ແນ່ນອນ ແລະ ລັກສະນະທຳລາຍຂອງນະໂຍບາຍອາເມຣິກາເຮັດໃຫ້ສະພາບການຄວບຄຸມກຳລັງອາວຸດຊຸດໂຊມລົງ.

    ທ່ານເຊີເກ ລັຟລົຟກ່າວຕື່ມວ່າ, ອາເມຣິກາມີເຈຕະນາຮັກສາຖານະ ເປັນເຈົ້າອຳນາດ, ສະແຫວງຫາທ່າແຮງດ້ານການທະຫານຢ່າງບໍ່ຢຸດຢັ້ງ, ສະແຫວງຫາຄວາມເສລີໃນການນຳໃຊ້ກຳລັງອາວຸດ, ສະນັ້ນອາເມຣິກາປະຕິເສດບໍ່ປະຕິບັດຕາມຂໍ້ຈຳກັດໃນຂົງເຂດຄວບຄຸມກຳລັງອາວຸດ. ອາເມຣິກາຖອນອອກຈາກ “ສົນທິສັນຍາວ່າດ້ວຍການຈຳກັດລະບົບຕ້ານລູກສອນໄຟນຳວິຖີ” , “ສົນທິສັນຍາລຶບລ້າງລູກສອນໄຟນຳວິຖີໄລຍະກາງ ແລະ ໄລຍະສັ້ນ” ແລະ ສົນທິສັນຍາອື່ນໆໃນຂົງເຂດຄວບຄຸມກຳລັງອາວຸດ, ເຮັດໃຫ້ຂົງເຂດຄວາມໝັ້ນຄົງສາກົນມີຄວາມເຄັ່ງຕຶງຂຶ້ນເລື້ອຍໆ.

    ທ່ານເຊີເກ ລັຟລົຟກ່າວຕື່ມອີກວ່າ, ຣັດເຊຍຈະບໍ່ປະລະທັດສະນະທີ່ຄວບຄຸມກຳລັງອາວຸດ. ແຕ່ໃນອະນາຄົດ ການສົນທະນາທຸກຢ່າງກ່ຽວກັບການຫຼຸດຜ່ອນການປະທະກັນແບບບົ່ມຊ້ອນ, ເຮັດໃຫ້ຣັດເຊຍ ແລະ ປະເທດຕາເວັນຕົກຢູ່ຮ່ວມກັນນັ້ນ, ຈະພຽງແຕ່ບັນລຸຜົນເປັນຈິງຢູ່ບົນພື້ນຖານທີ່ສະເໝີພາບ ແລະເຄົາລົບຜົນປະໂຫຍດດ້ານຄວາມໝັ້ນຄົງຂັ້ນພື້ນຖານຂອງຣັດເຊຍເທົ່ານັ້ນ.