ອີຣານແລະຣັດເຊຍເຫັນດີນຳໃຊ້ເງິນຕາປະເທດຕົນເຂົ້າໃນການຊື້ຂາຍສິນຄ້າແທນເງິນໂດລາ

2023-12-30 12:22:52 cri

ສື່ມວນຊົນອີຣານລາຍງານວ່າ: ວັນທີ27ທັນວານີ້, ໃນໂອກາດຜູ້ວ່າການທະນາຄານກາງຂອງອີຣານ ແລະ ຣັດເຊຍພົບປະກັນຢູ່ຣັດເຊຍ, ສອງປະເທດໄດ້ບັນລຸສັນຍາໃນທີ່ສຸດວ່າດ້ວຍການນຳໃຊ້ເງິນຕາປະເທດຕົນເຂົ້າໃນການຊື້ຂາຍສິນຄ້າແທນເງິນໂດລາ.

ອີງຕາມສື່ມວນຊົນອີຣານລາຍງານວ່າ: ໂດຍພິຈາລະນາເຖິງມາດຕະການຮ່ວມມືທີ່ທະນາຄານກາງຂອງອີຣານແລະຣັດເຊຍໄດ້ເປິກສາຫາລືກັນໄປກ່ອນໜ້ານີ້ໄດ້ຕົກລົງຂັ້ນສຸດທ້າຍແລ້ວ, ໃນຕໍ່ໜ້າ, ທະນາຄານກາງຂອງສອງປະເທດຈະສືບຕໍ່ຕົກລົງມາດຕະການລະອຽດກ່ຽວກັບການຮ່ວມມືໃນດ້ານເຕັກນິກ, ມາດຕາສະເພາະແລະອື່ນໆ. ນອກນີ້, ການພົບປະລະຫວ່າງຜູ້ວ່າການທະນາຄານກາງຂອງສອງປະເທດຄັ້ງນີ້ຍັງໄດ້ກຳນົດສິນເຊື່ອນຳເຂົ້າທີ່ມີມູນຄ່າ6,5ຕື້ຣຸບ ສະກຸນເງິນຣັດເຊຍ ເພື່ອນຳໃຊ້ເຂົ້າໃນການຂົນສົ່ງສິນຄ້າພື້ນຖານຈາກຣັດເຊຍໄປໃຫ້ອີຣານ.

ອີງຕາມແຫຼ່ງຂ່າວໃຫ້ຮູ້ວ່າ: ເມື່ອມໍ່ໆມານີ້, ທະນາຄານແຫ່ງໜຶ່ງຂອງອີຣານໄດ້ເປີດນຳໃຊ້ໜັງສືສິນເຊື່ອຢູ່ຕ່າງປະເທດໃບທຳອິດຂອງເຄືອຂ່າຍທະນາຄານອີຣານຢູ່ຣັດເຊຍເພື່ອນຳໃຊ້ເຂົ້າໃນການນຳເຂົ້າສິນຄ້າ. ໜັງສືສິນເຊື່ອດັ່ງກ່າວມີມູນຄ່າ 17 ລ້ານເອີໂຣ.