ການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບນີ້ເຮັດໃຫ້ສູນອົບພະຍົບຂອງສຳນັກງານ UNRWA ມີຜູ້ເສຍຊີວິດຢ່າງໜ້ອຍ 308 ຄົນ

2023-12-30 14:36:30 cri

 

     ວັນທີ 29 ທັນວານີ້, ສຳນັກງານບັນເທົາທຸກແລະຈັດຫາງານຂອງອົງການສະຫະປະຊາຊາດສຳລັບຜູ້ລີ້ໄພຊາວປະແລັດສະຕິນໃນຕາເວັນອອກໃກ້ ຫຼື UNRWA ໄດ້ແຈ້ງຂ່າວຜ່ານສື່ສັງຄົມອອນລາຍວ່າ: ນັບແຕ່ເກີດການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບໃໝ່ເປັນຕົ້ນມາ, ມີຜູ້ລີ້ໄພຢູ່ສຳນັກງານ UNRWA ເສຍຊີວິດຢ່າງໜ້ອຍ 308 ຄົນ ແລະ ໄດ້ຮັບບາດເຈັບ 1.095 ຄົນ. ອົງການ UNRWA ແຈ້ງໃຫ້ຮູ້ວ່າ: ແຫ່ງຕ່າງໆທັງໝົດຂອງເຂດກາຊາບໍ່ມີຄວາມປອດໄພ.