ລັດຖະບານຣັດເຊຍຂະຫຍາຍເວລາປະຕິບັດຄຳສັ່ງຈຳກັດການສົ່ງອອກເຂົ້າເປືອກ ແລະ ເຂົ້າສານ

2023-12-31 10:55:22 cri


    ວັນທີ 30 ທັນວາ 2023, ເວັບໄຊຂອງລັດຖະບານຣັດເຊຍໄດ້ປະກາດຂໍ້ຕົກລົງກ່ຽວກັບການຂະຫຍາຍເວລາປະຕິບັດຄຳສັ່ງຈຳກັດການສົ່ງອອກເຂົ້າເປືອກ ແລະ ເຂົ້າສານ.

ອີງຕາມຂໍ້ຕົກລົງດັ່ງກ່າວ, ນອກຈາກສະໜອງການຊ່ວຍເຫຼືອດ້ານມະນຸດສະທຳໃຫ້ແກ່ປະເທດ ແລະ ເຂດແຄວ້ນພິເສດເຊັ່ນ: ປະເທດສະມາຊິກສະຫະພາບເສດຖະກິດເອີຣົບ-ອາຊີແລ້ວ, ເພື່ອເຮັດໃຫ້ຕະຫຼາດພາຍໃນປະເທດຣັດເຊຍມີຄວາມໝັ້ນຄົງ, ຣັດເຊຍຈະຫ້າມບໍ່ໃຫ້ສົ່ງອອກເຂົ້າເປືອກ ແລະ ເຂົ້າສານກ່ອນວັນທີ 30 ມິຖຸນາ 2024.

ນອກນັ້ນ, ລັດຖະບານຣັດເຊຍຍັງໄດ້ກຳນົດປະລິມານສົ່ງອອກລະອຽດດ້ານສະບຽງອາຫານເຊັ່ນ: ສາລີ, ເຂົ້າເບລ ພືດນ້ຳມັນ, ນ້ຳມັນພືດ ແລະ ອື່ນໆ.