ການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບນີ້ເຮັດໃຫ້ເຂດກາຊາມີຜູ້ເສຍຊີວິດຫຼາຍກວ່າ 21.600 ຄົນ

2023-12-31 10:51:36 cri

ພາກສ່ວນສາທາລະນະສຸກເຂດກາຊາໄດ້ອອກຖະແຫຼງການໃນວັນທີ 30 ທັນວານີ້ລະບຸວ່າ, ນັບແຕ່ເກີດການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບນີ້ເປັນຕົ້ນມາ, ມີຊາວປາແລັດສະຕິນເສຍຊີວິດຢ່າງໜ້ອຍ 21.672 ຄົນຍ້ອນການເຄື່ອນໄຫວທາງທະຫານຂອງກອງທັບອິດສະຣາແອນຕໍ່ເຂດກາຊາ, ນອກນີ້ຍັງມີຜູ້ໄດ້ຮັບບາດເຈັບຫຼາຍກວ່າ 56.165 ຄົນ.

ຖະແຫຼງການລະບຸຕື່ມວ່າ, ໃນເວລາ 24 ຊົ່ວໂມງຜ່ານມານັ້ນ, ການເຄື່ອນໄຫວທາງທະຫານຂອງກອງທັບອິດສະຣາແອນຕໍ່ເຂດກາຊາເຮັດໃຫ້ຊາວປາແລັດສະຕິນເສຍຊີວິດ 165 ຄົນ, ແລະໄດ້ຮັບບາດເຈັບ 250 ຄົນ.