ຂະບວນລົດໄຟເອີໂຣສຕາຟື້ນຟູການບໍລິການ

2024-01-01 11:39:00 cri


ວັນທີ 31 ທັນວາຜ່ານມານີ້, ບໍລິສັດຂົນສົ່ງໂດຍສານເອີໂຣສຕາຢືນຢັນວ່າ: ຍ້ອນໄດ້ຄວບຄຸມເຫດການທີ່ອຸມົງຖືກນ້ຳຖ້ວມ, ຂະບວນລົດໄຟເອີໂຣສຕາໄດ້ຟື້ນຟູການບໍລິການໃນມື້ດຽວກັນ, ແຕ່ຄວາມໄວການແລ່ນລົດຈະຖືກຈຳກັດ, ຄາດວ່າຈະມີການເລື່ອນເວລາ, ສະຖານີຈຳນວນໜຶ່ງອາດຈະເກີດມີສະພາບຄວາມແອອັດ.

ວັນທີ 30 ທັນວາຜ່ານມານີ້, ບໍລິສັດຂົນສົ່ງໂດຍສານເອີໂຣສຕາໃຫ້ຮູ້ວ່າ: ຍ້ອນວ່ານ້ຳໄດ້ໄຫຼເຂົ້າອຸມົງທີ່ຢູ່ໃຕ້ແມ່ນ້ຳທາເມສ, ເຮັດໃຫ້ອຸມົງຈຳນວນໜຶ່ງຖືກນ້ຳຖ້ວມ. ດັ່ງນັ້ນ, ຂະບວນລົດໄຟເອີໂຣສຕາຫຼາຍກວ່າ 40 ຂະບວນຖືກຍົກເລີກໃນມື້ດຽວກັນ, ຜູ້ໂດຍສານຈຳນວນຫຼວງຫຼາຍຖືກຕົກຄ້າງ.