ຈຳນວນການຂົນສົ່ງຜູ້ໂດຍສານໃນມື້ໜຶ່ງຂອງທາງລົດໄຟຈີນ-ລາວຕອນທາງຢູ່ລາວໄດ້ສ້າງສະຖິຕິໃໝ່ອີກຄັ້ງໜຶ່ງ

2024-01-01 14:07:51 cri

ແຫຼ່ງຂ່າວຈາກບໍລິສັດທາງລົດໄຟລາວ-ຈີນກຳຈັດແຈ້ງໃຫ້ຮູ້ວ່າ: ເນື່ອງໃນໂອກາດທີ່ປີໃໝ່ສາກົນ 2024 ໝູນວຽນມາເຖິງ, ຜູ້ໂດຍສານທີ່ໃຊ້ບໍລິການທາງລົດໄຟຈີນ-ລາວຕອນທາງຢູ່ລາວມີຢ່າງຫຼວງຫຼາຍ, ໄດ້ສ້າງສະຖິຕິໃໝ່ຢ່າງລຽນຕິດ, ການຂົນສົ່ງຜູ້ໂດຍສານໄດ້ຫຼາຍກວ່າ 10.000 ຄົນຕໍ່ມື້, ວັນທີ 30 ທັນວາຜ່ານມານີ້, ໄດ້ຂົນສົ່ງຜູ້ໂດຍສານບັນລຸເຖິງ 12.584 ເທື່ອຄົນ, ສ້າງສະຖິຕິໃໝ່ເປັນປະຫວັດການ.

ນັບມາຮອດວັນທີ 31 ທັນວາຜ່ານມາ, ພາຍຫຼັງທາງລົດໄຟຈີນ-ລາວເປີດບໍລິການໄດ້ສອງປີປາຍເປັນຕົ້ນມາ, ທາງລົດໄຟຈີນ-ລາວຕອນທາງຢູ່ລາວຂົນສົ່ງຜູ້ໂດຍສານໄດ້ທັງໝົດ 4,033 ລ້ານເທື່ອຄົນ, ຂົນສົ່ງສິນຄ້າຂ້າມຊາດໄດ້ຫຼາຍກວ່າ 6,37 ລ້ານໂຕນ.