ອີຣານສົ່ງທີ່ເປິກສາວັດທະນະທຳໄປເອຢິບ

2024-01-01 14:06:14 cri


ວັນທີ 31 ທັນວາ 2023, ທ່ານອິສມາຢີລີ ລັດຖະມົນຕີກະຊວງວັດທະນະທຳ ແລະ ຊີ້ນຳສາສະໜາອິດສະຣາມອີຣານກ່າວວ່າ: ເມື່ອບໍ່ດົນມານີ້ອີຣານໄດ້ສົ່ງທີ່ເປິກສາວັດທະນະທຳໄປນະຄອນຫຼວງເລີແກປະເທດເອຢິບ .

ພາຍຫຼັງອີຣານເກີດການປະຕິວັດອິດສະຣາມເມື່ອປີ 1979 ເປັນຕົ້ນມາ, ອີຣານ ແລະ ເອຢິບໄດ້ຕັດສາຍພົວພັນທາງການທູດກັນ, ຈົນມາຮອດປັດຈຸບັນ, ສອງປະເທດຍັງບໍ່ໄດ້ຟື້ນຟູການພົວພັນລະດັບເອກອັກຄະລັດຖະທູດເທື່ອ. ຫວ່າງມໍ່ໆມານີ້, ສາຍພົວພັນລະຫວ່າງສອງປະເທດໄດ້ຮັບການປັບປຸງໃຫ້ດີຂຶ້ນ.