ຈັດງານດອກໄມ້ໄຟ ແລະ ນັບຖອຍຫຼັງເພື່ອຕ້ອນຮັບປີໃໝ່ສາກົນຢູ່ແຄມແມ່ນ້ຳເຈົ້າພະຍາທີ່ນະຄອນຫຼວງບາງກອກຂອງໄທ

2024-01-01 14:49:01 cri

 

    ເນື່ອງໃນໂອກາດປີໃໝ່ສາກົນ 2024 ໄດ້ໝູນວຽນມາເຖິງ, ງານດອກໄມ້ໄຟ ແລະ ນັບຖອຍຫຼັງເພື່ອຕ້ອນຮັບປີໃໝ່ສາກົນ “ປະເທດໄທທີ່ມະຫັດສະຈັນ” ໄດ້ຈັດຂຶ້ນຢູ່ແຄມແມ່ນ້ຳເຈົ້າພະຍາທີ່ນະຄອນຫຼວງບາງກອກປະເທດໄທ.

 


    ງານດັ່ງກ່າວແມ່ນງານດອກໄມ້ໄຟ ແລະ ນັບຖອຍຫຼັງເພື່ອຕ້ອນຮັບປີໃໝ່ສາກົນທີ່ຈັດຂຶ້ນທຸກໆປີ, ມີຂະໜາດໃຫຍ່ທີ່ສຸດ ແລະ ໄລຍະດຳເນີນງານດົນທີ່ສຸດ, ມີດອກໄມ້ໄຟທີ່ເປັນມິດຕໍ່ສິ່ງແວດລ້ອມ 50.000 ບັ້ງໄດ້ເປັ່ງປະກາຍຢູ່ແຄມແມ່ນ້ຳເຈົ້າພະຍາທີ່ຍາວ 1400 ແມັດ ແລະ ເຮືອບິນ 3D ແບບບໍ່ມີຄົນຂັບ 2000 ລຳໄດ້ສະແດງລາຍການທີ່ໜ້າຊົມຢູ່ເທິງທ້ອງຟ້າຍາມລາຕີ