ຜູ້ນຳຈີນ-ອາເມຣິກາສົ່ງສານອວຍພອນເຊິ່ງກັນ ແລະ ກັນໃນໂອກາດສອງປະເທດສ້າງສາຍພົວພັນທາງການທູດຄົບຮອບ 45 ປີເຊິ່ງກັນ ແລະ ກັນ

2024-01-01 14:05:29 cri


ວັນທີ 1 ມັງກອນ 2024, ທ່ານສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ສົ່ງສານອວຍພອນເຊິ່ງກັນ ແລະ ກັນ, ເພື່ອສະຫຼອມສະຫຼອງສອງປະເທດສ້າງສາຍພົວພັນທາງການທູດຄົບຮອບ 45 ປີ.

ເນື້ອໃນສານອວຍພອນຂອງທ່ານສີຈິ້ນຜິງ ລະບຸວ່າ: ຈີນ ແລະ ອາເມຣິກາສ້າງສາຍພົວພັນທາງການທູດແມ່ນເຫດການສຳຄັນໃນປະຫວັດສາດຂອງການພົວພັນລະຫວ່າງສອງປະເທດກໍຄືປະຫວັດສາດການພົວພັນສາກົນ. ໃນໄລຍະ 45 ປີຜ່ານມາ, ໂດຍລວມແລ້ວການພົວພັນລະຫວ່າງສອງປະເທດໄດ້ຜ່ານຜ່າຟ້າຝົນລົມແຮງ, ແລະ ຂະຫຍາຍຕົວກ້າວໄປຂ້າງໜ້າ, ບໍ່ພຽງແຕ່ໄດ້ເພີ່ມຄວາມສຸກໃຫ້ແກ່ປະຊາຊົນສອງປະເທດເທົ່ານັ້ນ, ຍັງໄດ້ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງໂລກອີກດ້ວຍ.

ເນື້ອໃນສານອວຍພອນຂອງທ່ານສີຈີ້ນຜິງ ລະບຸຕື່ມວ່າ: ຂ້າພະເຈົ້າຍິນດີທຳຄວາມພະຍາຍາມຮ່ວມກັບທ່ານປະທານາທິບໍດີໄບເດັນ, ສືບຕໍ່ນຳພາທິດທາງການຂະຫຍາຍສາຍພົວພັນລະຫວ່າງຈີນກັບອາເມຣິກາ, ສ້າງຄວາມສຸກໃຫ້ແກ່ສອງປະເທດ ແລະ ປະຊາຊົນສອງຊາດ, ຊຸກຍູ້ພາລະກິດສັນຕິພາບ ແລະ ການພັດທະນາຂອງໂລກ.

ເນື້ອໃນສານອວຍພອນຂອງທ່ານໄບເດັນ ລະບຸວ່າ: ພາຍຫຼັງສ້າງສາຍພົວພັນທາງການທູດເມື່ອປີ 1979 ເປັນຕົ້ນມາ, ການພົວພັນລະຫວ່າງອາເມຣິກາກັບຈີນໄດ້ຊຸກຍູ້ຄວາມຈະເລີນຮຸ່ງເຮືອງ ແລະ ໂອກາດພັດທະນາຂອງອາເມຣິກາ, ຈີນກໍຄືຂອງໂລກ. ຂ້າພະເຈົ້າສຸມກຳລັງເພື່ອຄຸ້ມຄອງການພົວພັນທີ່ສຳຄັນດັ່ງກ່າວດ້ວຍຄວາມຮັບຜິດຊອບ, ແລະ ຈະສືບຕໍ່ຊຸກຍູ້ການຂະຫຍາຍສາຍພົວພັນລະຫວ່າງອາເມຣິກາກັບຈີນຕື່ມອີກ.