ເປີດງານວາງສະແດງກາຕູນຈີນ-ອາຊຽນຄັ້ງທຳອິດທີ່ໜານໜິງ

2024-01-01 11:34:36 cri

 

   ວັນທີ 31 ທັນວາຜ່ານມານີ້, ງານວາງສະແດງກາຕູນຈີນ-ອາຊຽນຄັ້ງທຳອິດໄດ້ໄຂຂຶ້ນຢູ່ນະຄອນໜານໜິງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ, ຜູ້ນິຍົມຊົມຊອບຈຳນວນຫຼວງຫຼາຍໄດ້ພາກັນແຕ່ງຕົວລະຄອນກາຕູນແລະຕົວລະຄອນໃນເກມອິນເຕີເນັດທີ່ຕົນເອງມັກ ເພື່ອເຕົ້າໂຮມກັນຢ່າງເບີກບານມ່ວນຊື່ນໃນຍາມພັກປີໃໝ່ສາກົນ2024ຢູ່ໃນງານວາງສະແດງຄັ້ງນີ້. ນອກນີ້ຍັງມີແຂກຜູ້ມີກຽດທີ່ມາຈາກປະເທດໄທແລະຫວຽດນາມເຂົ້າຮ່ວມງານເພື່ອສ້າງປະສົບການຊົມງານວາງສະແດງອັນພິເສດໃຫ້ກັບຜູ້ຊົມທັງຫຼາຍຢູ່ສະຖານທີ່ຈັດງານຄັ້ງນີ້ອີກດ້ວຍ.