ທ່ານວະລາດິເມຍ ປູຕິນກຳນົດຂົງເຂດຮ່ວມມືຈຸດສຸມຂອງກຸ່ມປະເທດບຣິກສ໌ປີ 2024

2024-01-02 11:09:57 cri

ຣັດເຊຍໄດ້ຮັບເປັນປະເທດປະທານໝູນວຽນຂອງກຸ່ມປະເທດບຣິກສ໌ປີ 2024 ນັບແຕ່ວັນທີ 1 ມັງກອນນີ້ເປັນຕົ້ນໄປ. ວັນທີ 1 ມັງກອນນີ້, ທ່ານວະລາດິເມຍ ປູຕິນກ່າວວ່າ, ໃນໄລຍະທີ່ໄດ້ຮັບເປັນປະເທດປະທານໝູນວຽນປີ 2024, ຣັດເຊຍຈະສືບຕໍ່ສຸມໃສ່ຊຸກຍູ້ການຮ່ວມມືກັນໃນ 3 ຂົງເຂດຈຸດສຸມ ຄື: ການເມືອງ ແລະ ຄວາມໝັ້ນຄົງ, ເສດຖະກິດ ແລະ ການທະນາຄານ, ການແລກປ່ຽນດ້ານວັດທະນະທຳ-ສັງຄົມລະຫວ່າງປະເທດສະມາຊິກ.


ເວັບໄຊປະທານາທິບໍດີຣັດເຊຍລາຍງານໃຫ້ຮູ້ວ່າ: ທ່ານວະລາດິເມຍ ປູຕິນກ່າວວ່າ, ຄວນເອົາໃຈໃສ່ການປະສານງານດ້ານນະໂຍບາຍການຕ່າງປະເທດລະຫວ່າງປະເທດສະມາຊິກເປັນພິເສດ, ຮ່ວມກັນຮັບມືກັບສິ່ງທ້າທາຍ ແລະ ໄພຂົ່ມຂູ່ທີ່ປະເຊີນໃນດ້ານຄວາມໝັ້ນຄົງ ແລະ ສະຖຽນລະພາບໃນສາກົນ ແລະ ພາກພື້ນ, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະ ທັນຍາຫານ, ຍົກສູງບົດບາດຂອງກຸ່ມປະເທດບຣິກສ໌ ໃນລະບົບເງິນຕາ ແລະ ການທະນາຄານສາກົນ, ເປີດກວ້າງການຮ່ວມມືລະຫວ່າງທະນາຄານ ແລະ ການຮ່ວມມືດ້ານການທະນາຄານ, ເປີດກວ້າງການນຳໃຊ້ເງິນຕາຂອງປະເທດຕ່າງໆໃນການຄ້າລະຫວ່າງກັນ. ນອກນີ້, ຄວນຊຸກຍູ້ການແລກປ່ຽນໃນຂົງເຂດວິທະຍາສາດເຕັກໂນໂລຊີ, ການແພດ ແລະ ການບຳລຸງຮັກສາສຸຂະພາບ, ສິ່ງແວດລ້ອມນິເວດ, ວັດທະນະທຳ, ກິລາ ແລະ ຊາວໜຸ່ມ ພ້ອມທັງການແລກປ່ຽນການໄປມາຫາສູ່ກັນຂອງຝ່າຍພົນລະເຮືອນ.


ທ່ານວະລາດິເມຍ ປູຕິນກ່າວຕື່ມວ່າ, ຈະປະຕິບັດມາດຕະການທຸກຢ່າງທີ່ອາດເປັນໄປໄດ້ ເພື່ອຊຸກຍູ້ໃຫ້ສະມາຊິກໃໝ່ເຊື່ອມໂຍງເຂົ້າໃນກົນໄກການຮ່ວມມືຂອງກຸ່ມປະເທດບຣິກສ໌.