ອິນເດຍ ແລະ ປາກິດສະຖານແລກປ່ຽນບັນຊີລາຍຊື່ອຸປະກອນ ແລະ ສິ່ງກໍ່ສ້າງນິວເຄລຍ

2024-01-02 11:01:33 cri

ວັນທີ 1 ມັງກອນນີ້, ກະຊວງການຕ່າງປະເທດອິນເດຍແຈ້ງຂ່າວວ່າ, ອິນເດຍ ແລະ ປາກິດສະຖານໄດ້ແລກປ່ຽນບັນຊີລາຍຊື່ອຸປະກອນ ແລະ ສິ່ງກໍ່ສ້າງນິວເຄລຍ ທີ່ໄດ້ລະບຸໄວ້ໃນ “ສັນຍາກ່ຽວກັບການຫ້າມໂຈມຕີອຸປະກອນ ແລະ ສິ່ງກໍ່ສ້າງນິວເຄລຍລະຫວ່າງອິນເດຍ ແລະ ປາກິດສະຖານ” ຢູ່ນະຄອນຫຼວງນິວແດນລີ ແລະ ນະຄອນຫຼວງອິສລາມາບັດ ໂດຍຜ່ານຊ່ອງທາງການທູດໃນຈັງຫວະດຽວກັນ.


ນີ້ແມ່ນສອງປະເທດໄດ້ມີການແລກປ່ຽນບັນຊີລາຍຊື່ດັ່ງກ່າວເປັນຄັ້ງທີ 33 ໂດຍການແລກປ່ຽນຄັ້ງທຳອິດໄດ້ຈັດຂຶ້ນໃນວັນທີ 1 ມັງກອນ ປີ 1992.