ຜູ້ອຳນວຍການໃຫຍ່ອົງການ IMF ເຕືອນວ່າເສດຖະກິດໂລກແຕກແຍກກັນຈະເຮັດໃຫ້ເກີດມີຜົນເສຍຫາຍອັນມະຫາສານ

2024-01-03 16:08:56 CRI

ທ່ານນາງຄຣິສຕາລິນາ ເກໂອກີເອວາ Kristalina Georgieva ຜູ້ອຳນວຍການໃຫຍ່ອົງການກອງທຶນເງິນຕາສາກົນ ຫຼື IMF ເຕືອນວ່າ, ເສດຖະກິດໂລກແຕກແຍກກັນຈະເຮັດໃຫ້ GDP ທົ່ວໂລກສູນເສຍ 7%.

 

ໃນລາຍການຂອງ  CNN ອາເມຣິກາທີ່ອອກອາກາດ ໃນວັນທີ 2 ມັງກອນນີ້, ທ່ານນາງ ຄຣິສຕາລິນາ ເກໂອກີເອວາກ່າວວ່າ, ຂໍ້ຈຳກັດທີ່ປິ່ນອ້ອມ “ຄວາມໝັ້ນຄົງແຫ່ງຊາດ” ພວມເພີ່ມຂຶ້ນ, ປັດໄຈພູມສາດການເມືອງພວມເຮັດໃຫ້ເສດຖະກິດໂລກແຕກແຍກຈາກກັນ. ຖ້າວ່າປ່ອຍໃຫ້ເສດຖະກິດໂລກແຕກແຍກຄືແບບນີ້ຕໍ່ໄປ, ໃນທີ່ສຸດຈະເຮັດໃຫ້ GDP ທົ່ວໂລກສູນເສຍ 7%, ເຊິ່ງເທົ່າກັບຜົນລວມ GDP ຂອງຝຣັ່ງ ແລະ ເຢຍລະມັນໃນປີໜຶ່ງ.

 

ທ່ານນາງຄຣິສຕາລິນາ ເກໂອກີເອວາກ່າວຕື່ມວ່າ: “ຄວນຊອກຫາວິທີທີ່ຫຼຸດຜ່ອນຄວາມຂັດແຍ້ງກັນ, ສຸມໃສ່ບັນຫາຄວາມໝັ້ນຄົງທີ່ມີຄວາມໝາຍອັນແທ້ຈິງ, ແຕ່ບໍ່ແມ່ນເຮັດໃຫ້ເສດຖະກິດໂລກແຕກແຍກຕາມລຳພັງໃຈ, ສິ່ງນີ້ມີຜົນດີຕໍ່ປະເທດຕ່າງໆ. ຖ້າບໍ່ດັ່ງນັ້ນ, ປະລິມານເສດຖະກິດໂລກຈະຫຼຸດໜ້ອຍລົງອີກ.”