ງົບປະມານລາຍຈ່າຍດ້ານການປ້ອງກັນປະເທດຂອງອາເມຣິກາ ແລະ ຍີ່ປຸ່ນສ້າງສະຖິຕິໃໝ່ໃນປະຫວັດສາດ

2024-01-03 14:39:05 cri

ໂລກໄດ້ກ້າວເຂົ້າສູ່ປີ 2024 ພາຍໃຕ້ສະພາບການທີ່ການປະທະກັນໃນພາກພື້ນໄດ້ມີຄວາມເຄັ່ງຕຶງຢ່າງຕໍ່ເນື່ອງ, ງົບປະມານລາຍຈ່າຍດ້ານການປ້ອງກັນປະເທດຂອງອາເມຣິກາ ແລະ ຍີ່ປຸ່ນໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດ ເຊິ່ງໄດ້ເຮັດໃຫ້ໂລກນີ້ມີຄວາມເຄັ່ງຕຶງຂຶ້ນຕື່ມອີກ. ຜົນການຢັ່ງປະຊາມະຕິທົ່ວໂລກຂອງໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ສະແດງໃຫ້ເຫັນວ່າ, ມີຜູ້ຕອບການສຳພາດ 93% ສະແດງເຖິງຄວາມເປັນຫ່ວງຢ່າງຍິ່ງຕໍ່ເລື່ອງນີ້ ແລະ ເຫັນວ່າ, ງົບປະມານລາຍຈ່າຍດ້ານການປ້ອງກັນປະເທດຂອງອາເມຣິກາ ແລະ ຍີ່ປຸ່ນແມ່ນເພີ່ມຂຶ້ນແບບຜິດປົກກະຕິ ເຊິ່ງຈະເພີ່ມປັດໄຈທີ່ບໍ່ແນ່ນອນເຂົ້າໃນສະຖານະການພາກພື້ນ ແລະ ຈະເຮັດໃຫ້ເກີດມີການຊ່ວງເສັງກຳລັງຮົບຮອບໃໝ່ຢູ່ພາກພື້ນອາຊີຕາເວັນອອກ ກໍຄືໃນຂອບເຂດທົ່ວໂລກ. ມີຊາວເນັດບາງຄົນກ່າວວ່າ: “ອິດທິພົນທາງການທະຫານທີ່ນັບມື້ນັບຂະຫຍາຍຕົວກວ້າງອອກຂອງອາເມຣິກາ ແລະ ຍີ່ປຸ່ນ ອາດຈະເຮັດໃຫ້ປະເທດໃຫຍ່ອື່ນໆຮູ້ສຶກເປັນຫ່ວງນຳ ເຊິ່ງຈະເປັນໄພຂົ່ມຂູ່ຕໍ່ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນອາຊີ.”