ຢູ່ແຂວງອີຊິຄະວະຍີ່ປຸ່ນເກີດແຜ່ນດິນໄຫວ ປັດຈຸບັນຍັງບໍ່ທັນມີການລາຍງານວ່າມີພົນລະເມືອງຈີນເສຍຊີວິດ ຫຼື ບາດເຈັບ

2024-01-03 11:05:02 CRI


ວັນທີ 2 ມັງກອນນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ສະແດງຄວາມໄວ້ອາໄລຕໍ່ຜູ້ເສຍຊີວິດໃນໄພແຜ່ນດິນໄຫວທີ່ເກີດຂຶ້ນຢູ່ເຂດໂນໂຕແຂວງອີຊິຄະວະປະເທດຍີ່ປຸ່ນ, ທັງສະແດງຄວາມເຫັນໃຈຕໍ່ຄອບຄົວຂອງຜູ້ເສຍຊີວິດ ແລະ ຜູ້ໄດ້ຮັບບາດເຈັບ. ທ່ານວ່າງເວີນປິ່ນໃຫ້ຮູ້ວ່າ, ປັດຈຸບັນຍັງບໍ່ທັນໄດ້ຮັບການລາຍງານວ່າມີພົນລະເມືອງຈີນເສຍຊີວິດ ຫຼື ໄດ້ຮັບບາດເຈັບ.

 

ຕາມຂ່າວແຈ້ງວ່າ, ວັນທີ 1 ມັງກອນນີ້, ຢູ່ເຂດໂນໂຕແຂວງອີຊິຄະວະປະເທດຍີ່ປຸ່ນໄດ້ເກີດມີເຫດການແຜ່ນດິນໄຫວຮຸນແຮງ ທັງພາໃຫ້ເກີດຄື້ນຊຶນະມິ. ນັບມາຮອດຕອນເຊົ້າວັນທີ 3 ມັງກອນນີ້, ຄວາມວິບັດຈາກແຜ່ນດິນໄຫວດັ່ງກ່າວໄດ້ເຮັດໃຫ້ມີຜູ້ເສຍຊີວິດ 62 ຄົນ.