ໜີ້ສິນລັດຖະບານອາເມຣິກາມີເຖິງ 34.000 ຕື້ໂດລາເປັນຄັ້ງທຳອິດ

2024-01-03 15:48:19 cri

ວັນທີ 2 ມັງກອນປີນີ້, ກະຊວງການເງິນອາເມຣິກາໄດ້ອອກບົດລາຍງານ ໂດຍສະແດງໃຫ້ເຫັນວ່າ, ໜີ້ສິນຂອງລັດຖະບານອາເມຣິກາມີເຖິງ 34.000 ຕື້ໂດລາເປັນຄັ້ງທຳອິດ. ຂ່າວສານອາເປຂອງອາເມຣິກາລາຍງານວ່າ, ນີ້ໝາຍຄວາມວ່າ, ອາເມຣິກາຈະປະເຊີນກັບສິ່ງທ້າທາຍດ້ານເສດຖະກິດການເມືອງ ໃນດ້ານການປັບປຸງແກ້ໄຂສະພາບຕິດໜີ້ຂອງຕົນໄປອີກໃນຫຼາຍປີຂ້າງໜ້າ.


ຂ່າວສານອາເປຍັງລາຍງານຕື່ມວ່າ, ໜີ້ສິນຂອງລັດຖະບານອາເມຣິກາເພີ່ມຂຶ້ນເປັນ 34.000 ຕື້ໂດລາໄດ້ເລີ່ມຕົ້ນໄວກວ່າການທີ່ໄດ້ຄາດໄວ້ກ່ອນລ່ວງໜ້າຫຼາຍປີ. ຫ້ອງການແຜນງົບປະມານລັດຖະສະພາອາເມຣິກາເຄີຍຄາດຄະເນໃນເດືອນມັງກອນປີ 2020ວ່າ, ຍອດປະລິມານໜີ້ສິນຂອງລັດຖະບານອາເມຣິກາຈະຫຼາຍກວ່າ 34.000 ຕື້ໂດລາໃນສົກການເງິນ 2029.


ແຕ່ຍ້ອນວ່າການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ເສດຖະກິດສ່ວນຫຼາຍຂອງອາເມຣິກາໄດ້ຖືກຢຸດຈຶ້ງໄວ້, ຈັງຫວະການເຕີບໂຕຂອງໜີ້ສິນແມ່ນມາໄວກວ່າການຄາດໄວ້ລ່ວງໜ້າ. ພາຍໃຕ້ການນຳພາຂອງທ່ານໂດໂນ ທຣຳ ອະດີດປະທານາທິບໍດີ ແລະ ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາຜູ້ປັດຈຸບັນ, ໜີ້ສິນຂອງລັດຖະບານອາເມຣິກາໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ບວກກັບອັດຕາເງິນເຟີ້ເພີ່ມຂຶ້ນຢ່າງວ່ອງໄວ ໃນຂະນະທີ່ເສດຖະກິດອາເມຣິກາໄດ້ຟື້ນຕົວຄືນ ເຊິ່ງໄດ້ເຮັດໃຫ້ອັດຕາດອກເບ້ຍເພີ່ມຂຶ້ນ ແລະ ຕົ້ນທຶນໃຊ້ໜີ້ຂອງລັດຖະບານກໍສູງຂຶ້ນຄູ່ກັນ.