ກູບາປະຕິບັດແຜນການເສດຖະກິດໃໝ່ ເພື່ອຊຸກຍູ້ການຟື້ນຟູເສດຖະກິດ

2024-01-03 10:43:03 cri

ກູບາໄດ້ປະຕິບັດແຜນການຮັກສາຄວາມໝັ້ນທ່ຽງຂອງເສດຖະກິດມະຫາພາກສະບັບໜຶ່ງ ນັບແຕ່ວັນທີ 1 ມັງກອນປີນີ້ເປັນຕົ້ນໄປ ເພື່ອຊຸກຍູ້ການຟື້ນຟູເສດຖະກິດ ແລະ ແກ້ໄຂບັນຫາໃນຂົງເຂດເງິນຕາ ແລະ ການທະນາຄານຕ່າງໆ.


ເວັບໄຊພັກກອມມູນິດກູບາ ແລະ ເວັບໄຊລັດຖະບານກູບາໄດ້ແຈ້ງຂ່າວໃນຫວ່າງມໍ່ໆມານີ້ວ່າ: ແຜນການດັ່ງກ່າວມີຈຸດປະສົງ ເພື່ອຊຸກຍູ້ການຟື້ນຟູ ແລະ ການເຕີບໂຕຂອງເສດຖະກິດ ດ້ວຍນະໂຍບາຍເງິນຕາ, ອັດຕາແລກປ່ຽນ, ການທະນາຄານ ແລະ ການເງິນທີ່ດຸນດ່ຽງ ເພື່ອປັບປຸງຄວາມສາມາດການແລກປ່ຽນໄດ້ຂອງເງິນຕາກູບາໃຫ້ດີຂຶ້ນ ແລະ ຫຼຸດອັດຕາເງິນເຟີ້ໃຫ້ຕ່ຳລົງ.


ຕົວເລກຂໍ້ມູນທີ່ລັດຖະບານກູບາເຜີຍແຜ່ໃນຫວ່າງມໍ່ໆມານີ້ສະແດງໃຫ້ເຫັນວ່າ, ປີ 2023, ຂະແໜງການທ່ອງທ່ຽວ ທີ່ເປັນຂະແໜງການສ້າງລາຍຮັບເປັນເງິນຕາຕ່າງປະເທດຕົ້ນຕໍຂອງກູບາ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນປະມານ 2,45 ລ້ານເທື່ອຄົນ ເຊິ່ງຕ່ຳກວ່າເປົ້າໝາຍທີ່ເປັນ 3,5 ລ້ານເທື່ອຄົນ ທີ່ໄດ້ກຳນົດໄວ້. ໃນຂະນະດຽວກັນ, ນັບມາຮອດກາງເດືອນທັນວາປີ 2023, ຍອດມູນຄ່າສົ່ງອອກໃນປີ 2023 ຂອງກູບາມີເຖິງ 9,07 ຕື້ໂດລາ, ຕ່ຳກວ່າເປົ້າໝາຍທີ່ຄາດໄວ້ລ່ວງໜ້າ.