ທົ່ວໂລກເກີດມີແຜ່ນດິນໄຫວຢູ່ໃນລະດັບ 6 ລິກເຕີຂຶ້ນໄປ 129 ເທື່ອໃນປີ 2023

2024-01-04 11:00:12 cri

ນັບແຕ່ທ້າຍປີ 2023 ຈົນຮອດປັດຈຸບັນ, ທົ່ວໂລກມີຫຼາຍແຫ່ງໄດ້ເກີດມີເຫດການແຜ່ນດິນໄຫວຢ່າງກະທັນຫັນ.


ວັນທີ 2 ມັງກອນປີນີ້, ຕົວເລກສະຖິຕິທີ່ສູນເຄືອຂ່າຍແຜ່ນດິນໄຫວແຫ່ງຊາດຈີນເປີດເຜີຍສະແດງໃຫ້ເຫັນວ່າ, ປີ 2023 ຜ່ານມາ, ທົ່ວໂລກໄດ້ເກີດມີແຜ່ນດິນໄຫວລະດັບ 6 ລິກເຕີຂຶ້ນໄປມີທັງໝົດ 129 ເທື່ອ.


ແຕ່ແຜ່ນດິນໄຫວທີ່ສູງເຖິງລະດັບ 7 ລິກເຕີຂຶ້ນໄປໃນປີ 2023 ມີ 95% ແມ່ນມັກເກີດຂຶ້ນຢູ່ສາຍແຜ່ນດິນໄຫວເອີຣົບ-ອາຊີ ແລະ ຊາຍແດນພາກຕາເວັນອອກສຽງເໜືອຂອງແຜ່ນເປືອກໂລກອົດສະຕຣາລີ. ໃນນັ້ນ, ສາຍແຜ່ນດິນໄຫວເອີຣົບ-ອາຊີໄດ້ເກີດມີແຜ່ນດິນໄຫວລະດັບ 7 ລິກເຕີຂຶ້ນໄປຮອດ 7 ເທື່ອ ແລະ ຊາຍແດນພາກຕາເວັນອອກສຽງເໜືອຂອງແຜ່ນເປືອກໂລກອົດສະຕຣາລີກໍໄດ້ເກີດແຜ່ນດິນໄຫວລະດັບ 7 ລິກເຕີຂຶ້ນໄປເຖິງ 11 ເທື່ອ.