ນະຄອນເຄີມານປະເທດອີຣານເກີດເຫດລະເບີດແຕກຕິດຕໍ່ກັນ

2024-01-04 11:02:16 cri

ຕອນຄ່ຳວັນທີ 3 ມັງກອນປີນີ້, ທ່ານບາຣຳ ອີໂນລາຮີ ລັດຖະມົນຕີກະຊວງສາທາລະນະສຸກອີຣານກ່າວຜ່ານທາງໂທລະພາບແຫ່ງຊາດຂອງອີຣານວ່າ, ສອງເຫດການກ່ຽວກັບລະເບີດແຕກທີ່ເກີດຂຶ້ນຢູ່ນະຄອນເຄີມານປະເທດອີຣານໃນມື້ດຽວກັນ ໄດ້ເຮັດໃຫ້ມີຜູ້ເສຍຊີວິດເຖິງ 103 ຄົນ.


ໃນມື້ດຽວກັນ, ພິທີລະນຶກເຖິງທ່ານກາເຊມ ໂຊໄລມານີ ນາຍທະຫານຂັ້ນສູງຂອງອີຣານທີ່ເສຍຊີວິດໃນເຫດຄາດຕະກຳ ໄດ້ຈັດຂຶ້ນຢູ່ນະຄອນເຄີມານ ຂະນະທີ່ສອງເຫດລະເບີດແຕກດັ່ງກ່າວໄດ້ເກີດຂຶ້ນຢູ່ເຂດບໍລິເວນໃກ້ກັບສຸສານທ່ານກາເຊມ ໂຊໄລມານີ ໂດຍລະເບີດແຕກສອງເທື່ອໄດ້ຫ້າງກັນສິບປາຍນາທີ, ຂະນະນັ້ນ, ມີມວນຊົນຫຼາຍຮ້ອຍຄົນທີ່ເຂົ້າຮ່ວມພິທີລະນຶກໃນເຫດດັ່ງກ່າວໄດ້ມາເຕົ້າໂຮມກັນຢູ່ໃນສະຖານທີ່ເກີດເຫດດັ່ງກ່າວ.


ທ່ານກຣານ ອາຢາໂຕລາ ໄຊເຢັດ ອາລີ ຄາເມໄນ ຜູ້ນຳສູງສຸດອີຣານ ແລະ ທ່ານໄຊເຢັດ ອິບຣາຮິມ ໄຣຊີ ປະທານາທິບໍດີອີຣານໄດ້ກ່າວປະນາມເຫດການດັ່ງກ່າວວ່າ ແມ່ນ “ການສ້າງໂທດແບບກໍ່ການຮ້າຍ” ແລະ ສັນຍານວ່າ ຈະເຮັດໃຫ້ຜູ້ກໍ່ເຫດການໂຈມຕີດັ່ງກ່າວ “ຖືກລົງໂທດ”.


ນັບມາຮອດປັດຈຸບັນ, ຍັງບໍ່ມີອົງການ ຫຼື ບຸກຄົນໃດໆອອກມາຍອມຮັບກໍ່ເຫດລະເບີດແຕກໃນຄັ້ງນີ້.