ກອງທັບອິດສະຣາແອນດຳເນີນການເຄື່ອນໄຫວທາງການທະຫານຢູ່ຫຼາຍທ້ອງຖິ່ນຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ ແລະ ສັງຫານຊາວປາແລັດສະຕິນຄົນໜຶ່ງເສຍຊີວິດ.

2024-01-04 16:54:29 cri

ຂ່າວສານປາແລັດສະຕິນແຈ້ງໃຫ້ຮູ້ວ່າ, ຕອນເຊົ້າມືດຂອງວັນທີ 4 ມັງກອນນີ້, ກອງທັບອິດສະຣາແອນໄດ້ດຳເນີນການເຄື່ອນໄຫວທາງການທະຫານຢູ່ຫຼາຍທ້ອງຖິ່ນຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ, ໄດ້ສັງຫານຊາວໜຸ່ມປາແລັດສະຕິນຄົນໜຶ່ງເສຍຊີວິດ. ນອກນີ້, ກອງທັບອິດສະຣາແອນຍັງໄດ້ຈັບຕົວຫຼາຍຄົນ ເຊິ່ງລວມທັງຊ່າງຖ່າຍຮູບຂ່າວສານປາເລັດສະຕິນ.


ທາງດ້ານອິດສະຣາແອນຍັງບໍ່ທັນໃຫ້ຄຳຕອບຕໍ່ກັບເລື່ອງນີ້.