ອົງການສະຫະປະຊາຊາດເຜີຍແຜ່ບົດລາຍງານ “ສະຖານະການ ແລະ ການແລມອງເສດຖະກິດໂລກປີ 2024”

2024-01-05 14:36:14 cri

ວັນທີ 4 ມັງກອນນີ້, ພະແນກວຽກງານເສດຖະກິດສັງຄົມອົງການສະຫະປະຊາຊາດໄດ້ເຜີຍແຜ່ບົດລາຍງານ “ສະຖານະການ ແລະ ການແລມອງເສດຖະກິດໂລກປີ 2024” ຂອງອົງການສະຫະປະຊາຊາດ. ບົດລາຍງານເສດຖະກິດທີ່ມີລັກສະນະຊີ້ນຳຂອງອົງການສະຫະປະຊາຊາດສະບັບຫຼ້າສຸດດັ່ງກ່າວຄາດຄະເນວ່າ, ຈັງຫວະການເຕີບໂຕຂອງເສດຖະກິດທົ່ວໂລກຈະຫຼຸດລົງຈາກ 2,7% ໃນປີ 2023 ເປັນ 2,4% ໃນປີ 2024.


ໃນຂະນະດຽວກັນ, ບົດລາຍງານຍັງລະບຸວ່າ: ອັດຕາເງິນເຟີ້ໃນປີ 2024 ຈະປະກົດມີແນວໂນ້ມຫຼຸດລົງ, ແຕ່ການຟື້ນຟູຂອງຕະຫຼາດແຮງງານຍັງບໍ່ດຸນດ່ຽງ. ຄາດວ່າ, ອັດຕາເງິນເຟີ້ໃນຂອບເຂດທົ່ວໂລກຈະຫຼຸດລົງຕື່ມອີກ ເຊິ່ງຈະຫຼຸດລົງຈາກ 5,7% ໃນປີ 2023 ເປັນ 3,9% ໃນປີ 2024. ແຕ່ຫຼາຍປະເທດຍັງຈະປະເຊີນກັບຄວາມກົດດັນດ້ານລາຄາສິນຄ້າອ່າວສູງ, ການປະທະກັນທາງການເມືອງພາກພື້ນຈະດຸເດືອດຂຶ້ນຕື່ມອີກ ແລະ ອາດຈະເຮັດໃຫ້ອັດຕາເງິນເຟີ້ສູງຂຶ້ນອີກຄັ້ງໃໝ່.