“ລັດອິສລາມ” ອອກມາຍອມຮັບວ່າເປັນກໍ່ເຫດລະເບີດແຕກຢູ່ເຄີມານປະເທດອີຣານ

2024-01-05 10:28:55 cri

ວັນທີ 4 ມັງກອນປີນີ້, “ລັດອິສລາມ” ທີ່ເປັນກຸ່ມຫົວຮຸນແຮງໄດ້ອອກມາຍອມຮັບວ່າ ເປັນຜູ້ກໍ່ເຫດການລະເບີດຢູ່ນະຄອນເຄີມານ ທາງພາກຕາເວັນອອກສຽງໃຕ້ຂອງອີຣານ.


ຂ່າວສານສາທາລະນະລັດອິສລາມອີຣານລາຍງານໃນວັນທີ 4 ມັງກອນນີ້ວ່າ, ຖະແຫຼງການສະບັບໜຶ່ງຂອງ “ລັດອິສລາມ” ລະບຸວ່າ: ມີ 2 ຄົນໄດ້ເຂົ້າກໍ່ການລອບໂຈມຕີດ້ວຍລະເບີດແບບສະຫຼະຊີບຢູ່ນະຄອນເຄີມານ. ການລາຍງານຂ່າວດັ່ງກ່າວຍັງອ້າງຕາມແຫຼ່ງຂ່າວຂອງຜູ້ສັນທັດກໍລະນີລາຍງານວ່າ, ກ້ອງວົງຈອນປິດ ແລະ ຫຼັກຖານອື່ນໆສະແດງໃຫ້ເຫັນວ່າ, ເຫດການລະເບີດແຕກເທື່ອທຳອິດເປັນການລອບໂຈມຕີແບບສະຫຼະຊີບ ແລະ ພວມຢືນຢັນຖານະຜູ້ກໍ່ການຮ້າຍຄົນນີ້ຢູ່.

 ເຫດການລາຍທີ 2 “ກໍອາດຈະ” ແມ່ນການລອບໂຈມຕີແບບສະຫຼະຊີບເຊັ່ນກັນ.