ບົດລາຍງານຂອງອົງການສະຫະປະຊາຊາດຄາດຄະເນວ່າ: ການເຕີບໂຕຂອງເສດຖະກິດໂລກໃນປີ 2024 ຈະຊ້າລົງ

2024-01-06 15:40:38 cri

     ວັນທີ 4 ມັງກອນນີ້, ອົງການສະຫະປະຊາຊາດໄດ້ເຜີຍແຜ່ບົດລາຍງານການຈ້ອງມອງສະພາບເສດຖະກິດໂລກໃນປີ 2024 ໂດຍຄາດຄະເນວ່າ: ຈັງຫວະການເຕີບໂຕຂອງເສດຖະກິດໂລກຈະຫຼຸດຈາກ 2,7% ໃນປີ 2023 ລົງຮອດ 2,4% ໃນປີ 2024.

      ບົດລາຍງານຂຽນວ່າ: ການເຕີບໂຕຂອງເສດຖະກິດໂລກໃນປີ 2023 ໄດ້ລື່ນກາຍຄາດໝາຍ ເຊິ່ງໄດ້ປິດບັງໄພຄວາມສ່ຽງທາງດ້ານເສດຖະກິດໃນໄລຍະສັ້ນແລະຈຸດອ່ອນດ້ານໂຄງປະກອບ. ອັດຕາດອກເບັ້ຍທີ່ສູງຕະຫຼອດ,ການປະທະກັນດ້ານການເມືອງພູມີພາກຮຸນແຮງຂຶ້ນຕື່ມ, ການຄ້າສາກົນຕົກຢູ່ໃນສະພາບທີ່ບໍ່ດີ, ໄພພິບັດຍ້ອນການປ່ຽນແປງຂອງດິນຟ້າອາກາດເກີດຂຶ້ນເລື້ອຍໆ,ທັງໝົດເຫຼົ່ານີ້ລ້ວນແຕ່ເປັນສິ່ງທ້າທາຍທີ່ເຄັ່ງຄັດຕໍ່ເສດຖະກິດໂລກ. ເງິນກູ້ສິນເຊື່ອທີ່ຮັດກຸມແລະຕົ້ນທຶນເງິນກູ້ທີ່ເພີ່ມຂຶ້ນຈະເຮັດໃຫ້ການເຕີບໂຕຂອງເສດຖະກິດພົບຄວາມຫຍຸ້ງຍາກຫຼາຍຂຶ້ນກວ່າເກົ່າ.

      ບົດລາຍງານຍັງໄດ້ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືສາກົນເພື່ອຫຼີກລ່ຽງວິກິດການໜີ້ສິນ,ພ້ອມທັງໃຫ້ການສະໜັບສະໜູນດ້ານການເງິນແກ່ປະເທດພວມພັດທະນາ.